spot_img
Homeຂ່າວພາຍ​ໃນສະຖານທູດຕວັກກີແຈ້ງການຮັບເງິນຊ່ວຍເຫຼືອຜູ້ປະສົບໄພ

ສະຖານທູດຕວັກກີແຈ້ງການຮັບເງິນຊ່ວຍເຫຼືອຜູ້ປະສົບໄພ

Published on

ໃນວັນທີ 14 ກຸມພາ 2023 ອີງຕາມ ສະຖານເອກອັກຄະລັດຖະທູດຕວັກກີ ໄດ້ອອກແຈ້ງການວ່າ: ສະຖານເອກອັກຄະລັດຖະທູດຕວັກກີ ຂໍຂອບໃຈປະຊາຊົນລາວ ແລະ ລັດຖະບານທີ່ໄດ້ສະແດງ ຄວາມເຫັນອົກເຫັນໃຈຕໍ່ຜູ້ເຄາະຮ້າຍຈາກແຜ່ນດິນໄຫວທີ່ ປະເທດຕວັກກີ.

ທາງສະຖານເອກອັກຄະລັດຖະທູດ ບໍ່ສາມາດຮັບການບໍລິຈາກໃນປະເພດເຄື່ອງຂອງໄດ້ ເນື່ອງຈາກຂໍ້ຈໍາກັດໃນການຂົນສົ່ງ. ເຖິງຢ່າງໃດກໍຕາມ, ຖ້າຫາກບັນດາທ່ານມີຈຸດປະສົງຢາກປະກອບສ່ວນທາງດ້ານກໍາລັງຊັບດ້ວຍຄວາມສະໝັກໃຈ ແມ່ນສາມາດບໍລິຈາກຜ່ານບັນຊີຂອງ ສະຖານເອກອັກຄະລັດຖະທູດຕວັກກີ ດັ່ງລຸ່ມນີ້:

ຂໍຂອບໃຈເປັນຢ່າງສູງສໍາລັບການສະໜັບສະໜູນຂອງທ່ານ.

ຊື່ບັນຊີ: TURKISH EMBASSY-EARTHQUAKE DONATION

ເລກບັນຊີ: 026100093911000017 (ສະກຸນເງີນກີບ: LAK)

ເລກບັນຊີ: 026100093911010021 (ສະກຸນເງີນໂດລາ: USD)

ທະນາຄານ: ລາວ-ຝລັ່ງ BFL

ສະຖານເອກອັກຄະລັດຖະທູດບໍ່ໄດ້ຮ່ວມມືກັບສະຖາບັນ ຫຼື ມູນນິທິອື່ນໃດໆ ກ່ຽວກັບການໂຄສະນາບໍລິຈາກເງິນ.

อาจเป็นรูปภาพของ ข้อความ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...