spot_img
Homeຂ່າວການສຶກສາເມືອງໄກສອນ ພົມວິຫານ ຈັດການສອບເສັງ ຈົບຊັ້ນປະຖົມ

ເມືອງໄກສອນ ພົມວິຫານ ຈັດການສອບເສັງ ຈົບຊັ້ນປະຖົມ

Published on

ການສອບເສັງນັກຮຽນ ຈົບຊັ້ນປະຖົມ ປໍ 5 ທົ່່ວເມືອງໄກສອນ ພົມວິຫານ ແມ່ນໄດ້ຈັດຂຶ້ນພ້ອມກັນ
ໃນທົ່ວແຂວງສະຫວັນນະເຂດ ໃນວັນທີ 27-28 ພຶດສະພາ 2014 ນີ້ ຊຶ່ງມີນັກນັກຮຽນ ປະຖົມ ປໍ 5
ເຂົ້າສອບເສັງທັງໝົດໃນທົ່ວເມືອງ ຈຳນວນ 2.444 ຄົນ ຍິງ1.208.ຄົນ ໂດຍການສອບເສັງຄັ້ງນີ້
ທາງຫ້ອງການສຶກສາທິການແລະກິລາເມືອງໄດ້ແບ່ງຈຸການສອບເສັງອອກເປັນ 18 ສູນເຊິ່ງ ມີ 97 ຫ້ອງ ໂດຍມີຄະນະກຳມະການຍາມຫ້ອງສອບເສັງ ທັງໝົດ 194 ຄົນ.

ການສອບເສັງ ຈົບຊັ້ນປະຖົມ ປໍ 5 ໃນສົກຮຽນປີ 2013-2014 ນີ້ ທາງສຶກສາເມືອງໄດ້ປະກອບວິຊາສອບເສັງ
ຈາກ 4 ວິຊາເພີ່ມຂຶ້ນເພີ່ມຂຶ້ນອີກ 1 ວິຊາ.ເປັນ 5 ວິຊາສອບເສັງ ໃນນີ້ມີວິຊາ, ພາສາລາວ ໂລກອ້ອມຕົວ,
ຄະນິດສາດ.ຂຽນທວາຍ ແລະວິຊາ ພາສາອັງກິດ.ເປັນວິຊາເພີ້ມ.

ທ່ານ ອາຈານ ໄພລິນ ຊະນະວົງໄຊ ຮອງໜ່ວຍງານການສຶກສາກ່ອນໄວຮຽນແລະການສຶກສາຂັ້ນພື້ນຖານ
ຫ້ອງການສຶກສາທິການ ແລະກິລາ ເມືອງໄກສອນ ພົມວິຫານເປີດເຜີຍວ່າ: ການສອບເສັງຈົບຊັ້ນປະຖົມ ປໍ 5
ໃນທົ່ວເມືອງ ໄກສອນ ພົມວິຫານ ແມ່ນດຳເນີນໄປຕາມຂັ້ນຕອນຂອງກະຊວງສຶກສາທິການແລະກີລາ
ວາງອອກຢ່າງເຂັ້ມງວດ ໃນນີ້ໃນເວລາສອບເສັງແຕ່ລະວິຊາ ກໍ່ໄດ້ມີຄະນະກຳມະການຍາມຫ້ອງ,ມີການກວດກາ
ຄວາມພ້ອມຂອງນັກຮຽນແຕ່ລະຄົນ ຊຶ່ງຈາກການສັງເກດໃນເວລາສອບເສັງປາກົດວ່າ ນັກຮຽນແຕ່ລະຄົນ
ໄດ້ປະຕິບັດຕາມກົດລະບຽບຂອງການສອບເສັງທຸກປະການ ແລະຕັ້ງໜ້າເຂົາໃນການແກ້ບົດສອບຂອງຕົນ
ເຮັດໃຫ້ການສອບເສັງແຕ່ລະວິຊາບັນລຸຕາມລະດັບຄາດໝານ

ທີ່ມາ www.facebook.com/Savanhphuttana-News

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...