spot_img
Homeຂ່າວພາຍ​ໃນສສຊ ເຈາະຈີ້ມລັດຖະບານຂຶ້ນເງິນເດືອນແລ້ວ ຈະມີມາດຕະການຄວບຄຸມລາຄາສິນຄ້າແບບແນວໃດ?

ສສຊ ເຈາະຈີ້ມລັດຖະບານຂຶ້ນເງິນເດືອນແລ້ວ ຈະມີມາດຕະການຄວບຄຸມລາຄາສິນຄ້າແບບແນວໃດ?

Published on

ເມື່ອວັນທີ 24 ຕຸລາ ທີ່ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2015-2016 ແລະ ແຜນງົບປະມານແຫ່ງລັດປະຈຳປີ 2017 ໂດຍສະເໜີຂຶ້ນເງິນເດືອນລັດຖະກອນ 500 ກີບຕໍ່ດັດສະນີ ໂດຍເລີ່ມປະຕິບັດແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນໄປ.

ຢ່າງໃດກໍ່ຕາມ, ໃນການປະກອບຄຳຄິດຄຳເຫັນຂອງສະມາຊິກສະພາແຫ່ງຊາດ ຫຼື ສສຊ ໃນວັນທີ 25 ແລະ 26 ຕຸລາ ທີ່ຜ່ານມາກໍ່ຍົກຫຼາຍທບັນຫາຂຶ້ນມາເຈາະຈີ້ມຕໍ່ລັດຖະບານ

ທ່ານນາງ ວາລີ ເວດສະພົງ ສະມາຊິດສະພາແຫ່ງຊາດເຂດ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນວ່າ: ກ່ຽວກັບການເພີ່ມດັດສະນີເງິນເດືອນ 500 ກີບຕໍ່ດັດສະນີ ເມື່ອທຽບໃສ່ຈຳນວນບຸກຄະລາກອນແລ້ວແມ່ນເປັນຈຳນວນບໍ່ຫຼາຍ ແຕ່ທີ່ສັງຄົມໃຫ້ຄວາມສົນໃຈກໍ່ຄື ບັນຫາທີ່ລັດເພີ່ມດັດສະນີເງິນເດືອນແລ້ວ ກະຊວງອຸດສະຫະກຳ ແລະ ການຄ້າຈະມີມາດຕະການແນວໃດ ເພື່ອຄວບຄຸມລາຄາສິນຄ້າບໍ່ໃຫ້ຂຶ້ນ ເພາະວ່າການເໜັງຕີງຂອງເງິນເດືອນພະນັກງານນັ້ນ ເຫັນວ່າລາຄາສິນຄ້າຢູ່ຕະຫຼາດແມ່ນຂຶ້ນລາຄາແບບຕາມໃຈ ໂດຍບໍ່ມີມາດຕະການຄວບຄຸມ ຖ້າລັດບໍ່ມີມາດຕະການຄວບຄຸມລາຄາສິນຄ້າ ຄິດວ່າຈະມີຜົນກະທົບຕໍ່ຄ່າຄອງຊີບ ສະນັ້ນ ຈິ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຊີ້ແຈງຈະມີມາດຕະການແນວໃດຕໍ່ບັນຫາດັ່ງກ່າວ.

ທ່ານ ບຸນໄທ ສີເທບ ສສຊ ປະຈຳເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ປະກອບຄຳຄິດເຫັນແຜນເສດຖະກິດ ແລະ ແຜນງົບປະມານ ບາງຕອນວ່າ: ກ່ຽວກັບການເກັບລາຍຮັບໃນສົກປີ 2015-2016 ທີ່ຈັດຕັ້ງບໍ່ໄດ້ຕາມແຜນ ໃນນັ້ນເຫັນວ່າການເກັບລາຍຮັບຈາກຫົວໜ່ວຍວິສາຫະກິດ ການຂຶ້ນທະບຽນຢູ່ກະຊວງ ອຸດສາຫະກຳ ແລະ ການຄ້າ ແມ່ນມີຈຳນວນຫຼາຍ ແຕ່ການເສຍພັນທະອື່ນໆແມ່ນບໍ່ໄດ້ຕາມຕົວເລກ ເນື່ອງຈາກບໍລິສັດແຈ້ງລົງທຶນແລ້ວພັດໄປເຄື່ອນໄຫວທຸລະກິດຢູ່ບ່ອນອື່ນ (ວິສາຫະກິດມາຂຶ້ນທະບຽນຫຼາຍແຕ່ປະຕິບັດຕົວຈິງເຂດນັ້ນພັດບໍ່ມີ ຈິ່ງເຮັດໃຫ້ການເກັບລາຍຮັບມີຄວາມຫຍຸ້ງຍາກ) ບັນຫານີ້ຢາກໃຫ້ມີການກວດຄືນ ສັງເກດວ່າມີຫຼາຍບໍລິສັດບໍ່ໄດ້ມອບ ແລະ ພວກເຮົາຄວນມີມາດຕະການແນວໃດຕໍ່ຫົວໜ່ວຍວິສາຫະກິດດັ່ງກ່າວ, ອີກຢ່າງກໍ່ແມ່ນການປະສານງານລະຫວ່າງຂົງເຂດເສດຖະກິດນຳກັນ, ການຈົດຮັບ-ຈົດຈ່າຍຂອງພະນັກງານຍັງມີຊ່ອງຫວ່າງຢູ່, ນິຕິກຳແຕ່ລະເຂດກໍ່ບໍ່ຄືກັນ ສະນັ້ນ ກໍ່ຄວນມີການກວດຄືນ.

 

ຂ່າວຈາກ: ເສດຖະກິດ-ການຄ້າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...