spot_img
Homeຂ່າວເຫດການສສຊ ປະກອບຄຳເຫັນ ໃສ່ຮ່າງກົດໝາຍທາງຫລວງ ແລະ ກົດໝາຍລັດຖະບານ ສະບັບປັບປຸງ

ສສຊ ປະກອບຄຳເຫັນ ໃສ່ຮ່າງກົດໝາຍທາງຫລວງ ແລະ ກົດໝາຍລັດຖະບານ ສະບັບປັບປຸງ

Published on

ຂປລ.​ ຮ່າງກົດໝາຍວ່າດ້ວຍທາງຫລວງແລະ ຮ່າງກົດໝາຍວ່າດ້ວຍ ລັດຖະບານ ສະບັບປັບປຸງໄດ້ຖືກນຳສະເໜີ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 8 ພະຈິກ ນີ້ໂດຍສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ຄົ້ນຄ້ວາພິຈາລະນາແລະ ປະກອບຄຳເຫັນຕໍ່ຮ່າງກົດໝາຍທັງສອງສະບັບເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນຂຶ້ນກວ່າເກົ່າ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການແລະ ຂົນສົ່ງ ລະບຸວ່າ: ພາຍຫລັງປະກາດໃຊ້ກົດໝາຍວ່າດ້ວຍທາງຫລວງແຕ່ປີ 1999 ​ເປັນຕົ້ນມາ ຕາໜ່າງເສັ້ນທາງຄົມມະນາຄົມໃນທົ່ວປະເທດ ໄດ້ຮັບການພັດທະນາແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງເພື່ອອອກສູ່ທະເລທິດຕາເວັນອອກແລະເຊື່ອມຈອດພາກພື້ນ. ​ເສັ້ນທາງຈຳນວນໜຶ່ງ ໄດ້ຮັບການຍົກລະດັບ ແລະ ກໍ່ສ້າງ​​ໃໝ່ ໂດຍສະເພາະລະຫວ່າງແຂວງຫາເມືອງ, ບ້ານແລະເຂດຈຸດສຸມຢູ່ຫ່າງໄກສອກຫລີກ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-​ສັງຄົມຂອງຊາດ. ສຳລັບຕາໜ່າງເສັ້ນທາງຫລວງໄດ້ເພີ່ມຂຶ້ນຈາກ 23.000 ກິໂລແມັດໃນປີ 1999 ມາເປັນ 51.597 ກິໂລແມັດໃນປີ 2014. ​

ແຕ່ຢ່າງ​ໃດກໍຕາມ ການຈັດປະເພດທາງຫລວງ ຍັງບໍ່ທັນສອດຄ່ອງກັບສະພາບການພັດທະນາໃນໄລຍະໃໝ່, ກົດໝາຍສະບັບປັດຈຸບັນ ຍັງບໍ່ທັນໄດ້ກຳນົດຂອບເຂດທາງຫລວງຢ່າງຊັດເຈນແລະ ຍັງບໍ່ກວມເອົາເຂດສະຫງວນເທິງໜ້າດິນ, ​ໃຕ້ດິນແລະໂຄງປະກອບອື່ນໆ. ພ້ອມນີ້ ການປະຕິບັດກິດຈະການທາງຫລວງ ຍັງບໍ່ທັນໄດ້ກຳນົດແຈ້ງ ກ່ຽວກັບການອະນຸມັດ, ການສຶກສາຄວາມເປັນໄປໄດ້, ການສຳຫລວດ, ການອອກແບບ, ການສະໜອງພື້ນທີ່ໂຄງການແລະ ການຊົດເຊີຍທົດແທນຄ່າເສຍຫາຍ ແກ່ຜູ້ທີ່ໄດ້ຮັບຜົນກະທົບ ຈາກກິດຈະການທາງຫລວງບໍ່ທັນສອດຄ່ອງ​. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງ ກົດໝາຍວ່າດ້ວຍທາງຫລວງເຮັດໃຫ້ການຄຸ້ມຄອງການກໍ່ສ້າງ, ບູລະນະຮັກສາ, ສ້ອມແປງແລະ ນຳໃຊ້ທາງຫລວງໃຫ້ມີປະສິດທິພາບ.

ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ກໍໄດ້ຊີ້ໃຫ້ເຫັນວ່າ: ​​ເຖິງການປັບປຸງຮ່າງກົດໝາຍ ວ່າດ້ວຍລັດຖະບານແມ່ນເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງເປັນຕົ້ນການປ່ຽນຊື່​ ຫ້ອງວ່າການລັດຖະບານ ມາເປັນສຳນັກງານນາຍົກລັດຖະມົນຕີ, ລວມທັງການກໍານົດທີ່ຕັ້ງ, ພາລະບົດບາດ, ສິດແລະ ໜ້າທີ່ເພື່ອໃຫ້ສອດຄ່ອງກັບການປະຕິບັດວຽກງານໃນໄລຍະໃໝ່. ລວມທັງສິດແລະ ໜ້າທີ່ຂອງນາຍົກລັດຖະມົນຕີ ມີຄຳເຫັນຕໍ່ການສະເໜີຂອງເຈົ້າແຂວງແລະເຈົ້າຄອງນະຄອນຫລວງ ກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍແລະ ປົດຕຳແໜ່ງຮອງເຈົ້າແຂວງ, ຮອງເຈົ້າເຈົ້າຄອງ; ສິດແລະ ໜ້າທີ່ຂອງລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີແລະ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຕາມທີ່ກຳນົດໄວ້ ໃນມາດຕາ 13 ​ໃຫ້ຄົບຖ້ວນແລະເໝາະສົມ.

khammun

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...