spot_img
Homeຂ່າວການພັດທະນາສສກ ນໍາສະເໜີຖານຂໍ້ມູນການຮຽນ-ການສອນ “ຄັງປັນຍາລາວ”

ສສກ ນໍາສະເໜີຖານຂໍ້ມູນການຮຽນ-ການສອນ “ຄັງປັນຍາລາວ”

Published on

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໄດ້ນຳສະເໜີແພລັດຟອມທີ່ເປັນຖານຂໍ້ມູນສຳຄັນ ໃນການຮຽນ-ການສອນແບບດິຈີຕອນ “ຄັງປັນຍາລາວ” ຢ່າງເປັນທາງການ, ເຊິ່ງເປັນແພລັດຟອມ ການຮຽນ-ການສອນແບບດິຈີຕອນທຳອິດຂອງ ສປປ ລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກຮຽນ ແລະຄູອາຈານໃນການຮຽນ ແລະການສອນແບບທາງໄກ ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງການຮຽນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະກໍລະນີສຸກເສີນອື່ນໆ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ຄັງປັນຍາລາວ” ໄດ້ຮັບການສະໜັບສະໜູນຈາກອົງການອຸຍນິເຊັບ, ສະຫະພາບເອີຣົບ ແລະ ກອງທຶນຮ່ວມມືສາກົນເພື່ອການສຶກສາ ປະກອບມີສື່ການຮຽນການສອນ ສໍາລັບຊັ້ນປະຖົມສຶກສາ ປີທີ 1 ເຖິງ ຊັ້ນມັດທະຍົມສຶກສາ ປີທີ 7 ແລະ ສື່ການຮຽນ-ການສອນການສຶກສາກ່ອນໄວຮຽນ, ພ້ອມທັງບັນດາແຫຼ່ງຂໍ້ມູນກ່ຽວກັບການຮັກສາຄວມປອດໄພຈາກພະຍາດໂຄວິດ-19 ແລະ ຄວາມປອດໄພທາງອອນລາຍ ໂດຍໄດ້ສືບຕໍ່ປັບປຸງເນື້ອໃນ ໃໝ່ຢ່າງຕໍ່ເນື່ອງ, ເຊິ່ງມີຫຼາຍກວ່າ 23 ປະເພດ ຂອງແບບຮຽນ ແລະ ຫຼາຍກວ່າ 4.400 ບົດຮຽນທີ່ແຕກຕ່າງກັນ.

ຄັງປັນຍາລາວ ສາມາດນຳໃຊ້ໄດ້ຜ່ານທາງອອນລາຍ ໂດຍຜ່ານເວັບ ຫລື ເປັນແອັບສໍາລັບເຄື່ອງ Android ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ສາມາດເຂົ້າເຖິງເນື້ອໃນ ໂດຍບໍ່ຕ້ອງເຊື່ອມຕໍ່ກັບອິນເຕີເນັດ, ເຊິ່ງໄດ້ຜ່ານການທົດສອບນຳໃຊ້ໃນ ສປປ ລາວ ນັບຕັ້ງແຕ່ທ້າຍເດືອນເມສາ 2021 ຈົນຮອດປັດຈຸບັນ ມີຜູ້ໃຊ້ທີ່ໄດ້ລົງທະບຽນແລ້ວຫຼາຍກວ່າ 30.000 ຄົນ, ເຊິ່ງຜູ້ໃຊ້ 1 ຄົນ ອາດຈະມີ ລູກ 2-3 ຄົນ ທີ່ສາມາດເຂົ້າເຖິງໄດ້.

ຂໍ້ມູນ ແລະ ພາບປະກອບ: ໜັງສືພິມປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...