ສປ ຈີນ ໃຫ້ການຊ່ວຍເຫຼືອລົດ 11 ຄັນ ມູນຄ່າ 2,7 ຕື້ກີບ

0
2271

ເພື່ອປະກອບສ່ວນເຮັດໃຫ້ການເປັນເຈົ້າພາບ ຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ຄັ້ງທີ IV ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-17 ພະຈິກນີ້ ຢູ່ນະຄອນຫຼວງວຽງຈັນ ປະສົບຜົນສຳເລັດຕາມເປົ້າວາງໄວ້ ອຳນາດການປົກຄອງນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອອຳນາດການປົກຄອງນະຄອນຫຼວງວຽງຈັນ ໂດຍມອບລົດຕູ້ 15 ບ່ອນນັ່ງ ຈຳນວນ 11 ຄັນ ມູນຄ່າ 339,757 ໂດລາສະຫະລັດ ຫຼື ປະມານ 2,7 ຕື້ກີບ ເຊິ່ງພິທີມອບ-ຮັບລົດດັ່ງກ່າວ ມີຂຶ້ນວັນທີ 31 ຕຸລາ 2016 ຢູ່ສຳນັກງານປົກຄອງນະຄອນຫຼວງ ກ່າວມອບໂດຍທ່ານ ກ່ວນຮົວປິ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ກ່າວຮັບທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານເຈົ້າຄອງໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງປັກກິ່ງ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ໂດຍສະເພາະແມ່ນ ການປະກອບສ່ວນສຳຄັນ ເຂົ້າໃນວຽກງານເປັນເຈົ້າພາບກອງປະຊຸມທີ່ມີຄວາມສຳຄັນປະສົບຜົນສຳເລັດ ພ້ອມນີ້ທ່ານ ສິນລະວົງ ຍັງໄດ້ອວຍພອນໃຫ້ມິດຕະພາບລະຫວ່າງສອງນະຄອນຫຼວງ ກໍ່ຄືສອງພັກ ສອງລັດ ປະຊາຊົນສອງຊາດ ລາວ-ຈີນ ຈົ່ງແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນຕາມຈິດໃຈ 4 ດີຕະຫຼອດໄປ.

ຂ່າວ: ສຳນັກຂ່າວສານປະເທດລາວ