Homeຂ່າວການພັດທະນາສຳເລັດຕິດຕັ້ງລະບົບນັບຜູ້ໂດຍສານຂຶ້ນ-ລົງລົດເມ

ສຳເລັດຕິດຕັ້ງລະບົບນັບຜູ້ໂດຍສານຂຶ້ນ-ລົງລົດເມ

Published on

ກອງປະຊຸມລິເລີ່ມລະບົບປະຕິບັດງານຂອງ ອີເກີ້ນບາສ ໄດ້ຈັດຂຶ້ນວັນທີ 27 ຕຸລາ 2016 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງ ມີທ່ານ Yusuke Murakami ຫົວໜ້າອົງການຮ່ວມມືສາກົນ ປະເທດຍີ່ປຸ່ນ ທ່ານທີ່ປຶກສາສະຖານທູດຍີ່ປຸ່ນ ປະຈຳລາວ ທ່ານຫົວໜ້າທີມງານ ບໍລິສັດ Eagle Bus ພ້ອມດ້ວຍຫົວໜ້າພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທີ່ປະຊຸມຜູ້ເຂົ້າຮ່ວມຈະໄດ້ຮັບຟັງການອະທິບາຍ ຄວາມຈຳເປັນໃນການນຳໃຊ້ອຸປະກອນ ນັບຜູ້ໂດຍສານຂຶ້ນ-ລົງລົດເມ ຄືເຮົາຮູ້ນຳກັນແລ້ວວ່າ ການຈະລາຈອນທີ່ແອອັດຢູ່ໃນ ນວ ແມ່ນຜົນທີ່ເກີດມາຈາກການເພີ່ມຂຶ້ນຢ່າງວ່ອງໄວຂອງຍານພາຫະນ ສະນັ້ນ ການເພີ່ມປະສິດທິຜົນຂອງລະບົບຂົນສົ່ງສາທາລະນະໃຫ້ແກ່ປະຊາຊົນ ຈຶ່ງເປັນວຽກງານທີ່ເລັ່ງດ່ວນ ເພື່ອຫຼຸດຜ່ອນຄວາມແອອັດຂອງການຈະລາຈອນ ຄວາມພະຍາຍາມທີ່ຈະປັບປຸງລະບົບການຈັດການຂອງລັດວິສາຫະກິດລົດເມ ຈະຮັກສາ ແລະ ຂະຫຍາຍລະບົບຂົນສົ່ງສາທາລະນະໃນ ນວ ໃຫ້ເຂັ້ມແຂງ ນັບແຕ່ນີ້ເປັນຕົ້ນໄປ ທາງທີມງານສຶກສາຄົ້ນຄວ້າຂອງໄຈກາຈະໄດ້ວິເຄາະ ການນຳໃຊ້ລົດເມຕົວຈິງຂອງຜູ້ໂດຍສານຜ່ານລະບົບນັບຜູ້ໂດຍສານ ແລະ ກ້ອງວົງຈອນປິດແບບພິເສດ ພ້ອມດຽວກັນນັ້ນ ລະບົບດັ່ງກ່າວຍັງຈະນຳມາວິເຄາະການຄຸ້ມຄອງບໍລິຫານຂອງລັດວິສາຫະກິດລົດເມ ເພື່ອນຳໄປສູ່ການປັບປຸງ ແລະ ຍົກສູງໂຄງຮ່າງການບໍລິຫານຄຸ້ມຄອງຂອງລັດວິສາຫະກິດລົດເມ ໃຫ້ມີຄວາມເໝາະສົມ ແລະ ມີປະສິດທິຜົນຍິ່ງຂຶ້ນ.

%e0%ba%a5%e0%ba%bb%e0%ba%94%e0%bb%80%e0%ba%a1%e0%ba%a1
ກອງປະຊຸມຄັ້ງນີ້ ທາງທີມງານຊ່ຽວຊານ ນຳໂດຍທ່ານ ມາຊາອຸ ຢາຈິມະ ປະທານບໍລິສັດ ລົດເມອີເກີ້ນບາສ ໄດ້ອະທິບາຍກົນໄກ ແລະ ການເຮັດວຽກຂອງລະບົບດັ່ງກ່າວ ທີ່ໄດ້ຕິດຕັ້ງໄປແລ້ວໃນລົດເມ ທີ່ໄດ້ຮັບການຊ່ວຍເຫຼືອຈາກຍີ່ປຸ່ນ ຈຳນວນ 42 ຄັນ ສ່ວນຂໍ້ມູນທີ່ໄດ້ມາຈາກລະບົບດັ່ງກ່າວ ຈະໄດ້ນຳໄປໃຊ້ເຂົ້າໃນການປັບປຸງ ບໍລິການຂອງວິສາຫະກິດລົດເມໃຫ້ມີປະສິດທິຜົນ ຈາກການປັບປຸງຮູບແບບດຳເນີນງານ ແລະ ການບໍລິການລົດເມ ນຳເອົາມາວິເຄາະທີ່ຈະນຳໄປສູ່ການບໍລິການທີ່ດີກວ່າເກົ່າ ເຂົ້າມາໃຊ້ໃນການປັບປຸງຄວາມເພິ່ງພໍໃຈຂອງຜູ້ໂດຍສານ ແລະ ການເພີ່ມລາຍຮັບໃຫ້ດີຂຶ້ນ ນອກຈາກນີ້ ຍັງຈະຊ່ວຍເພີ່ມຄວາມປອດໄພຕໍ່ຜູ້ໂດຍສານ ແລະ ການຂັບຂີ່ລົດເມ ພ້ອມດຽວກັນລະບົບດັ່ງກ່າວ ຍັງຈະເອົາຂໍ້ມູນໄປນຳໃຊ້ເຂົ້າໃນການຊ່ວຍຈັດຕັ້ງປະຕິບັດ ໂຄງການປັບປຸງປະສິດທິຜົນການຂົນສົ່ງສາທາລະນະໃນ ນວ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...