ການແຂ່ງຂັນບານເຕະຍິງຊີງແຊ້ມໂລກປີ 2015 ທີ່ປະເທດການາດາ ເປັນເຈົ້າພາບ ເມື່ອວັນທີ 20 ມິຖຸນາ ຜ່ານມາ, ຮອບ 16 ທີມສຸດທ້າຍ ລະຫວ່າງ ທີມຊາດ ສປ ຈີນ ຮອງແຊ້ມກຸ່ມ A, 1 ໃນ 5 ຊາດ ຕົວແທນຈາກທະວີບອາຊີ ລົງສະໜາມພົບກັບ ທີມຊາດແຄເມີຣູນ ຮອງແຊ້ມກຸ່ມ C, 1 ໃນ 3 ຊາດ ຕົວແທນຈາກທະວີບອັຟຣິກາ, ຜ່ານການແຂ່ງຂັນປາກົດວ່າ ສປ ຈີນ ເປັນຝ່າຍເອົາຊະນະໄປໄດ້ ຫວຸດຫວິດ 1-0 ຈາກການຍິງປະຕູໄຊຂອງ ຫວັງ ຊານຊານ ຜູ້ຫຼິ້ນໝາຍເລກ 9 ຕັ້ງແຕ່ ນາທີ 12, ສົ່ງຜົນໃຫ້ທີມຊາດ ສປ ຈີນ ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍໄດ້ສຳເລັດ ໂດຍຈະໄປລໍຖ້າພົບຜູ້ຊະນະ ລະຫວ່າງ ສະຫະລັດອາເມຣິກາ ຮອງແຊ້ມເກົ່າກັບ ໂຄລອມເບຍ ທີ່ຈະລົງສະໜາມໃນມື້ນີ້ (22 ມິຖຸນາ).
ສ່ວນຜົນການແຂ່ງຂັນອີກຄູ່ໜຶ່ງ ທີມຊາດເຢຍລະມັນແຊ້ມປີ 2007 ຍັງຮັກສາຟອມເກັ່ງໄວ້ໄດ້ຕໍ່ເນື່ອງ ຫຼັງຈາກຖະຫຼົ່ມ ສະວີເດັນ ໄປເຖິງ 4-1 ປະຕູ ຜ່ານເຂົ້າຮອບ 8 ທີມ ໄປພົບກັບ ຝຣັ່ງ ຫຼື ສ ເກົາຫຼີ ຕໍ່ໄປ.
