spot_img
Homeຂ່າວທ້ອງຖິ່ນສປປ ລາວ ສືບຕໍ່ເຂັ້ມງວດກັ່ນກອງຄົນເຂົ້າເມືອງ ຢູ່ບັນດາດ່ານສາກົນ

ສປປ ລາວ ສືບຕໍ່ເຂັ້ມງວດກັ່ນກອງຄົນເຂົ້າເມືອງ ຢູ່ບັນດາດ່ານສາກົນ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ເຂັ້ມງວດ ໃນການເຝົ້າລະວັງກວດຄົນເຂົ້າເມືອງ ຢູ່ບັນດາດ່ານສາກົນຕ່າງໆ ເຊິ່ງມາຮອດວັນທີ 17 ມິຖຸນາ 2020 ມີຜູ້ເດີນທາງເຂົ້າມາທັງໝົດ 1.930 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.348 ຄົນ, ຜ່ານດ່ານ ລາວ-ຈີນ 49 ຄົນ, ດ່ານລາວ-ຫວຽດນາມ 527 ຄົນ, ສະໜາມບິນວັດໄຕສາກົນ 6 ຄົນ, ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທັງໝົດມາກວດ ເພື່ອຊອກຫາເຊື້ອໂຄວິດ-19 (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ).

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫຼງຂ່າວ ໃນວັນທີ 18 ມິຖຸນາ 2020 ວ່າ: ປັດຈຸບັນ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນມື້ທີ 67, ໃນຂະນະທີ່ ບັນດາປະເທດທີ່ມີຊາຍແດນ ຕິດກັບລາວ ມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 17 ມິຖຸນາ ຢູ່ປະເທດຈີນ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 83.276, ເສຍຊີວິດ 4.634 ຄົນ, ຫວຽດນາມ ກໍລະນີສະສົມ 335 ຄົນ, ກຳປູເຈຍ ກໍລະນີສະສົມ 128 ຄົນ, ມຽນມາ ກໍລະນີສະສົມ 262 ຄົນ ເສຍຊີວິດ 6 ຄົນ ແລະ ໄທ 3.135 ຄົນ ເສຍຊີວິດ 58 ຄົນ.

ເຖິງແມ່ນວ່າ ສປປ ລາວ ຈະບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມເປັນເວລາ 2 ເດືອນປາຍແລ້ວກໍຕາມ, ແຕ່ຂໍຮຽກຮ້ອງໃຫ້ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ເກີດມີຜູ້ຕິດເຊື້ອພະຍາດດັ່ງກັບຄືນມາລະບາດເປັນຄັ້ງທີສອງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...