spot_img
Homeຂ່າວພາຍ​ໃນສປປ ລາວ ມີຜູ້ເສຍຊີວິດຈາກຕິດໂຄວິດ-19 ເພີ່ມ 1 ກໍລະນີ

ສປປ ລາວ ມີຜູ້ເສຍຊີວິດຈາກຕິດໂຄວິດ-19 ເພີ່ມ 1 ກໍລະນີ

Published on

ອີງຕາມການລາຍງານຂອງ ທ່ານ ດ.ຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່,  ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ໃນວັນທີ 28 ເມສາ ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກ ພະຍາດໂຄວິດ-19 ຈຳນວນ 1 ກໍລະນີ, ເຮັດໃຫ້ຈຳນວນຜູ້ເສຍຊີວິດສະສົມ ຢູ່ ສປປ ລາວ ລວມມີ 3 ກໍລະນີ.

ຜູ້ເສຍຊີວິດ ກໍລະນີທີ 3 ແມ່ນ ເພດ ຊາຍ ສັນຊາດ ລາວ, ອາຍຸ 74 ປີ, ປະຈຸບັນອາໃສຢູ່ ບ້ານ ຝາຍ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວເຂົ້າໂຮງໝໍ ເມື່ອວັນທີ 11 ພຶດສະພາ 2021 ເຂົ້າມາເຂດສຸກເສີນ ຂອງໂຮງໝໍມະໂຫສົດ ດ້ວຍອາການອັບເສບລະບົບຫາຍໃຈຮຸນແຮງ ຕໍ່ກັບກໍລະນີດັ່ງກ່າວ, ແພດໝໍຈຶ່ງໄດ້ມີການເກັບຕົວຢ່າງ ເນື່ອງຈາກແມ່ນກໍລະນີສົງໃສ ຈຶ່ງໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ເຊິ່ງຜົນອອກມາເປັນບວກ, ສະນັ້ນ ຈຶ່ງໄດ້ນຳສົ່ງຜູ້ກ່ຽວໄປປິ່ນປົວ ທີ່ ໂຮງໝໍ ມິດຕະພາບ ເຊິ່ງໃນນັ້ນ ຜູ້ກ່ຽວໄດ້ຮັບການປິ່ນປົວຢ່າງດີ ແຕ່ເນື່ອງຈາກວ່າ ຜູ້ກ່ຽວມີປະຫວັດ ເປັນຄວາມດັນເລືອດສູງ ແລະ ພະຍາດເບົາຫວານ, ເມື່ອມາຮອດມື້ນີ້ ວັນທີ 28 ພຶດສາພາ 2021 ເວລາ 6 ໂມງ ເຊົ້າ ຜູ້ກ່ຽວກໍໄດ້ເສຍຊີວິດ ຍ້ອນອາການເຈັບປ່ວຍລະບົບຫາຍໃຈຮຸນແຮງ ບວກກັບພະຍາດຊໍ້າເຮື້ອ ເບົາຫວານ ແລະ ຄວາມດັນ ດັ່ງນັ້ນ, ຈຶ່ງເຮັດໃຫ້ຜູ້ກ່ຽວເສຍຊີວິດໃນທີ່ສຸດ. ໄລຍະຜ່ານມາແພດໝໍກໍ່ເອົາໃສ່ໃຈ ແລະ ປິ່ນປົວສຸດຄວາມສາມາດ.

ມາຮອດປະຈຸບັນ, ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 1905 ຄົນ (ໃໝ່ 10 ຄົນ), ປິ່ນປົວຫາຍດີ 1335 ຄົນ (ໃໝ່ 74 ຄົນ), ກຳລັງປິ່ນປົວທັງໝົດ 547 ຄົນ ແລະ ມີຜູ້ເສຍຊີວິດສະສົມ 3 ຄົນ (ໃໝ່ 1 ຄົນ)

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...