spot_img
Homeຂ່າວພາຍ​ໃນສປປ ລາວ ມີຄວາມພ້ອມຈັດກອງປະຊຸມ ລັດຖະມົນຕີກີລາອາຊຽນ ຄັ້ງທີ 2

ສປປ ລາວ ມີຄວາມພ້ອມຈັດກອງປະຊຸມ ລັດຖະມົນຕີກີລາອາຊຽນ ຄັ້ງທີ 2

Published on

ສປປ ລາວ ມີຄວາມພ້ອມຈັດກອງປະຊຸມ ລັດຖະມົນຕີກີລາອາຊຽນ ຄັ້ງທີ 2

ພິທີ​ຖະແຫຼງ​ຂ່າວ ໃນ​ການ​ກະກຽມ​ຄວາມ​ພ້ອມ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2 ທີ່ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ຈັດ​ຂຶ້ນ​ວັນ​ທີ 28 ພະຈິກ 2013 ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ (​ສສກ) ໂດຍ​ມີ​ທ່ານ ​ຮຈ.​ດຣ. ສີ​ສະໝອນ ສິດທິ​ລາດ​ວົງສາ ຫົວໜ້າ​ຫ້ອງການ​ກະຊວງ ​ສສກ ທັງ​ເປັນ​ຫົວໜ້າ​ກອງ​ເລຂາ​ເນື້ອ​ໃນ​ປະສານ​ງານ ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2 ແລະ ທ່ານ ​ດຣ. ສຸດ​ຖະໜອມ ອິນ​ທະ​ວົງ ຮອງ​ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ໂອ​ແລມ​ປິກ​ລາວ ທັງ​ເປັນ​ຮອງ​ຫົວໜ້າ​ກອງ​ເລຂາ​ເນື້ອ​ໃນ​ປະສານ​ງານ ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2 ແລະ ສື່​ມວນ​ຊົນ ເຂົ້າ​ຮ່ວມ.

ທ່ານ ​ຮຈ.​ດຣ. ສີ​ສະໝອນ ສິດທິ​ລາດ​ວົງສາ ກ່າວ​ວ່າ: ມື້ນີ້ ກະຊວງ ​ສສກ ກໍ​ຄື​ຄະນະ​ກະກຽມ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2 ຂອງ​ກະຊວງ ​ສສກ ກໍ​ຄື​ຂອງ ​ສປປ ລາວ ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ ທີ່​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 3-5 ທັນວາ 2013 ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ຕໍ່​ການ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ພວກ​ເຮົາ​ໃນ​ຖານະ​ເປັນ​ຄະນະ​ຮັບຜິດຊອບ ກໍ​ໄດ້​ມີ​ການ​ກະກຽມ​ໃຫ້​ແກ່​ການ​ເປັນ​ເຈົ້າພາບ​ທີ່​ດີ ໂດຍ​ສະເພາະ ສະຖານທີ່​ຈັດ​ກອງ​ປະຊຸມ​ທີ່​ພັກ​ຂອງ​ຜູ້​ແທນ ແລະ ແຂກ​ເຂົ້າ​ຮ່ວມ ການ​ຫ້າງ​ຫາ​ກະກຽມ​ທາງ​ດ້ານ​ການ​ປະສານ​ງານ​ກັບ​ຜູ້​ແທນ​ດ້ານ​ພິທີການ-ຕ້ອນຮັບ ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ດ້ານ​ການ​ຂົນສົ່ງ ການ​ແພດ ສື່​ມວນ​ຊົນ ແລະ ການສະແດງ​ໃນ​ພິທີ​ງານ​ລ້ຽງ​ຕ້ອນຮັບ ແມ່ນ​ມີ​ຄວາມ​ພ້ອມ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ແລະ ມາ​ຮອດ​ນີ້ ຄະນະ​ຮັບຜິດຊອບ​ກອງ​ປະຊຸມ​ຂໍ​ຢັ້ງຢືນ ແລະ ຮັບປະກັນ​ວ່າ​ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2 ທີ່ ​ສປປ ລາວ ເປັນ​ເຈົ້າພາບ ຈະ​ສາມາດ​ເປີດ​ຂຶ້ນ ແລະ ປິດ​ລົງ ດ້ວຍ​ຜົນສຳເລັດ​ຢ່າງ​ສະຫງ່າ​ງາມ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...