spot_img
Homeຂ່າວເຫດການສປປ ລາວ ພ້ອມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29

ສປປ ລາວ ພ້ອມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29

Published on

ຂປລ.ໃນວັນທີ 8 ສິງຫານີ້ ຢູ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມ ແຈ້ງຂ່າວໃຫ້ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກ່ຽວກັບການກະກຽມຄວາມພ້ອມຂອງ ສປປ ລາວໃນການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ​ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນໃນວັນທີ 6-8 ກັນຍາ ທີ່ຈະເຖິງນີ້ ຢູ່ນະຄອນຫລວງວຽງຈັນ.​

ທ່ານ ພົງ​ສະຫວັນ ສີສຸລາ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ກ່າວວ່າ: ການຈັດກອງປະຊຸມ​​ໃນຄັ້ງນີ້ ກໍເພື່ອແຈ້ງແລະ ອະທິບາຍລາຍລະອຽດ ກ່ຽວກັບການກະກຽມວຽກງານດ້ານຕ່າງໆ ໃຫ້ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ທີ່ມີສຳນັກງານການທູດ ຢູ່ນະຄອນຫລວງວຽງຈັນ, ຕ່າງປະເທດ ​​ເພື່ອຊາບເຖິງການກະກຽມຄວາມພ້ອມ ໃນດ້ານຕ່າງໆຂອງ ສປປ ລາວ ໂດຍສະເພາະດ້ານພະລາທິການ, ພິທີການ, ການຮັກສາຄວາມປອດໄພ, ສະໜາມບິນ, ການຄຸ້ມຄອງບັນດາສື່ມວນຊົນຕ່າງປະເທດແລະ ດ້ານອື່ນໆ. ນອກຈາກນີ້, ຍັງໄດ້ມີການແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາທີ່ກ່າວມານັ້ນເພື່ອໃຫ້ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈແຈ້ງຕື່ມ ໃນການກະກຽມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ​ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ອື່ນໆຂອງສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...