spot_img
Homeຂ່າວພາຍ​ໃນສປປລາວສົ່ງ 20 ປະເພດກີລາເຂົ້າຮ່ວມສິງກະໂປເກມ

ສປປລາວສົ່ງ 20 ປະເພດກີລາເຂົ້າຮ່ວມສິງກະໂປເກມ

Published on

ສປປລາວ ຈະສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ ທັງໝົດ 318 ຄົນ, ຍິງ 69 ຄົນ, ໃນນັ້ນແບ່ງເປັນ ຄູຝຶກ 97 ຄົນ, ນັກກີລາ 183 ຄົນ, ສ່ວນທີ່ເຫຼືອແມ່ນຄະນະນໍາໂອແລັມປິກແຫ່ງຊາດລາວ, ຄະນະນໍານັກກີລາ ແລະ ນັກຂ່າວອີກ 38 ທ່ານ.

ສໍາລັບ 20 ປະເພດກິລາ ທີ່ຈະສົ່ງເຂົ້າໃນນັ້ນແບ່ງເປັນກິລາທີ່ໃຊ້ງົບປະມານຂອງລັດຮອບດ້ານ 12 ປະເພດຄື: ເປຕັງ, ເທຄວັນໂດ, ວູຊູ, ຢູໂດ, ກະຕໍ້, ບີລຽດ-ສະນຸກເກີ, ລົດຖີບ, ຍິງທະນູ, ມວຍສາກົນ, ປັນຈັກສີລັດ, ແລ່ນ-ລານ ແລະ ລອຍນ້ຳ. ສ່ວນກິລາທີ່ກຸ້ມຕົນເອງ ລັດຊ່ວຍຄ່າເດີນທາງ ແລະ ທີ່ພັກ-ອາຫານ ປະກອບມີ 6 ປະເພດຄື ເຕະບານຊາຍ, ດອກປີກໄກ່, ເທັນນິສ, ຍິງປືນ, ປິ່ງປ່ອງ ແລະ ກ໊ອຟ, ໃນຂະນະທີ່ກິລາທີ່ກຸ້ມຕົນເອງຮອບດ້ານມີ 2 ປະເພດ ໄດ້ແກ່ ຣັກບີ້ ແລະ ຟັນດາບ.

ການແຂ່ງຂັນຊີເກມຄັ້ງນີ້ ສປປລາວ ຕັ້ງຄວາມຫວັງໄວ້ໃຫ້ໄດ້ຫຼາຍກວ່າ 5 ຫຼຽນຄໍາ ແລະ ຈະບໍ່ໃຫ້ຫລຸດອັນທີ 8 ຂອງຕາຕາລາງຂອງຊີເກມຄັ້ງທີ່ຜ່ານມາ ຈາກ 11 ປະເທດ, ໂດຍສະເພາະງານມະຫາກຳກີລາຊີເກມ ຄັ້ງທີ 27 ເມື່ອປີ 2013 ທີ່ສະຫະພາບມຽນມາເຊິ່ງທັບນັກກີລາລາວສາມາດຍາດໄດ້ 13 ຫຼຽນຄຳ, 17 ຫຼຽນເງິນ ແລະ 49 ຫຼຽນທອງ ລວມ 79 ຫຼຽນ ຈັດຢູ່ອັນດັບທີ 8 ຂອງຕາຕະລາງ ຈາກ 11 ປະເທດ ທີ່ເຂົ້າຮ່ວມແຂ່ງຂັນ.

ສໍາລັບການອັດສີດໃຫ້ນັກກີລາທີ່ຍາດຫຼຽນມາໄດ້ແມ່ນລັດຖະບານຈະໃຫ້ຫຼຽນຄຳ 20 ລ້ານກີບ, ຫຼຽນເງິນ 10 ລ້ານກີບ ແລະ ຫຼຽນທອງ 6 ລ້ານກີບ, ໃນຂະນະທີ່ ບໍລິສັດເອລີ ສໍາຫຼວດອອກແບບ ແລະ ກໍ່ສ້າງ ໃຫ້ອັດສີດນັກກີລາ ກະຕໍ້ ສິນລອນ ຫຼຽນຄຳ 50 ລ້ານກີບ, ຫຼຽນເງິນ 20 ລ້ານ ແລະ ຫຼຽນທອງ 10 ລ້ານ ສ່ວນບໍລິສັດເບຍລາວຈໍາກັດ ອັດສີກຫຼຽນຄຳ 10 ລ້ານກີບ, ຫຼຽນເງິນ 5 ລ້ານກີບ ແລະ ຫຼຽນທອງ 2 ລ້ານກີບ .

 

11229961_1610735355810650_3318268136199602330_n

11015447_1610735375810648_6507798621074265768_n

 

10988589_1610735372477315_3822446759273821504_n

11214181_1610735345810651_1571510735749714344_n

16494_1610735199143999_2502039701581009755_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...