spot_img
Homeຂ່າວພາຍ​ໃນສຄອຊ ສະເໜີຄະນະສະເພາະກິດ ພິຈາລະນາ ເປີດໂຮງງານອຸດສາຫະກຳ ຢູ່ ນວ

ສຄອຊ ສະເໜີຄະນະສະເພາະກິດ ພິຈາລະນາ ເປີດໂຮງງານອຸດສາຫະກຳ ຢູ່ ນວ

Published on

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ສະເໜີໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຄົ້ນຄວ້າພິຈາລະນາ ແລະໃຫ້ທິດຊີ້ນຳ ໃນການເປີດໂຮງງານອຸດສາຫະກຳ ຢູ່ນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ເສດຖະກິດໄດ້ມີການຟື້ນຟູໄດ້ໄວ.

ສຄອຊ ໄດ້ສະເໜີໃຫ້ຈັດຕັ້ງປະຕິບັດແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທີ່ໄດ້ເວົ້າເຖິງການອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດ ທີ່ຢູ່ໃນເຂດບໍ່ມີການລະບາດໃນຊຸມຊົນ ເພື່ອດຳເນີນກິດຈະການໄດ້ ພ້ອມສະເໜີໃຫ້ຄະນະສະເພາະກິດພິຈາລະນາຄືນ ກ່ຽວກັບ 10 ມາດຕະການເພື່ອປ້ອງກັນໂຄວິດ-19 ທີ່ຄະນະສະເພາະກິດວາງອອກ ໂດຍສະເພາະຂໍ້ທີ່ລະບຸວ່າ: ໂຮງຈັກໂຮງ ງານທີ່ຈະເປີດໄດ້ນັ້ນຕ້ອງ ມີຫໍພັກຢູ່ໃນໂຮງງານ ຫຼື ນອກໂຮງງານ ນັ້ນແມ່ນສ້າງຄວາມຫຍຸ້ງຍາກ ເນື່ອງຈາກວ່າ ມີພຽງ 10% ຂອງໂຮງຈັກໂຮງຈັກໂຮງງານທັງໝົດ ທີ່ໄດ້ມາດຕະຖານດັ່ງກ່າວ. ພ້ອມນັ້ນ, ຕາມຄໍາແນະນຳຂອງຄະນະສະເພາະກິດທີ່ວ່າ ພະນັກງານ-ກຳມະກອນ ທີ່ຈະມານອນຢູ່ຫໍພັກນອກໂຮງງານ ຕ້ອງໄດ້ກັກໂຕອີກ 14 ວັນ ຈິ່ງງສາມາດເຮັດວຽກໄດ້ ເຊິ່ງທາງ ສຄອຊ ກໍໄດ້ສະເໜີສໍາລັບພະນັກງານທີ່ຈະເຂົ້ານອນຢູ່ຫໍພັກນອກນັ້ນຕ້ອງໄດ້ກວດເຊື້ອໂຄວິດ-19 ແລະ ຖ້າບໍ່ມີເຊື້ອກໍສາມາດເຂົ້າເຮັດວຽກໃນໂຮງງານໄດ້ເລີຍ ໂດຍບໍ່ໄດ້ກັກໂຕ 14 ວັນອີກ.

ສຳລັບການກວດເຊື້ອໂຄວິດ-19 ແບບເຫັນຜົນໄວນັ້ນ ທາງພາກທຸລະກິດ (ເຈົ້າຂອງໂຮງງານ) ມີຄວາມຍິນດີທີ່ຈະຮັບຜິດຊອບ ທີ່ຈະກວດພະນັກງານຂອງຕົນຢ່າງເປັນລະບົບກ່ອນຈະເຂົ້າຫໍພັກ, ເຊິ່ງການກວດເຊື້ອໂຄວິດ-19 ແບບເຫັນຜົນໄວ ຈະຊ່ວຍຄະນະສະເພາະກິດຊອກຫາພະຍາດໄດ້ໄວຂຶ້ນ ຈິ່ງໄດ້ສະເໜີໃຫ້ຄະນະສະເພາະກິດ ກໍານົດມາດຕະຖານ/ຍີ່ຫໍ້ ຂອງເຄື່ອງກວດພະຍາດ ແລະ ອະນຸຍາດໃຫ້ແພດປະຈຳໂຮງງານເປັນຜູ້ກວດໄດ້.

ເພື່ອຫຼຸດຜ່ອນງົບປະມານ ແລະການບໍລິຫານຈັດການຂອງລັດຖະບານ ໃນການຄຸ້ມຄອງສູນກັກກັນ ແລະປິ່ນປົວ ທາງ ສຄອຊ ສະເໜີ ໃຫ້ເຮັດສູນກັກກັນພາກສະໜາມ ໂດຍການມີສ່ວນຮ່ວມຂອງບັນດາໂຮງງານກ່ຽວຂ້ອງ ເພີ່ມເຕີມຢູ່ໃກ້ກັບໂຮງຈັກໂຮງງານ ແລະຈັດຕັ້ງມາດຕະການຄຸ້ມຄອງຕາມມາດຕະຖານຢ່າງເຂັ້ມງວດ ເນື່ອງຈາກຄວາມແອອັດໃນສູນກັກກັນທີ່ມີຢູ່ໃນປັດຈຸບັນ ມີປະກົດການຕິດເຊື້ອແຜ່ລາມ ຕາມການລາຍງານຂອງບາງໂຮງງານ ກໍລະນີດັ່ງກ່າວນີ້ ຈະເຮັດໃຫ້ມີການເລື່ອນການເປີດໂຮງງານອອກໄປອີກ, ຄະນະສະເພາະກິດຄວນອະນຸຍາດໃຫ້ມີລະບົບກັກກັນຢູ່ບ້ານໄດ້ ແຕ່ຕ້ອງມີການປະຕິບັດມາດຕະການຢ່າງເຂັ້ມງວດ.

ສຄອຊ ຈະເຮັດວຽກຮ່ວມກັບສະມາຄົມຕັດຫຍິບ ໃນການສ້າງຄູ່ມືແນະນຳການຈັດຕັ້ງປະຕິບັດ ໃນເວລາການເປີດໂຮງງານ ຕາມທີ່ສະມາຄົມໄດ້ຮຽນຮູ້ກັບອົງການຈັດຕັ້ງເເຮງງານສາກົນ (ILO) ໃນການປ້ອງກັນໂຄວິດມາແລ້ວ ເປັນຕົ້ນແມ່ນການສ້າງແຜນຮັບມື (SOP) ເຊັ່ນ: ກະກຽມບ່ອນກັກກັນໃນເວລາມີການລະບາດ C1 ແລະ ໂຮງໝໍສະໜາມ C2 ເພື່ອໃຫ້ສາມາດຮັບມືກັບສະພາບການທີ່ເກີດຂຶ້ນຢ່າງທັນການ.

ຂໍ້ມູນຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...