spot_img
Homeຂ່າວທ້ອງຖິ່ນວົງການແພດກວດພົບຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການເຖິງ 78%, ຢູ່ລາວພົບ 2 ກໍລະນີ

ວົງການແພດກວດພົບຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການເຖິງ 78%, ຢູ່ລາວພົບ 2 ກໍລະນີ

Published on

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ມີອາການສະແດງອອກ 2 ກໍລະນີ ຈາກຜູ້ຕິດເຊື້ອທັງໝົດ 19 ກໍລະນີ ເຊິ່ງຜູ້ຕິດເຊື້ອທີ່ມີອາການສະແດງອອກ ຫຼື ບໍ່ມີອາການ ແມ່ນມີເຊື້ອບໍ່ຕ່າງກັນສາມາດແຜ່ເຊື້ອໄປຫາຄົນອື່ນໄດ້.

ທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊຶມເຊື້ອລາວ ກ່າວໃນພິທີຖະແຫຼງຂ່າວປະຈຳວັນ 22 ເມສາ 2020 ຜ່ານມາວ່າ: ພະຍາດໂຄວິດ-19 ເປັນພະຍາດທີ່ເກີດ ຂຶ້ນໃໝ່ ສະນັ້ນ, ຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫຼື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ ຕົວຢ່າງເຊັ່ນ: ມາຮອດປັດຈຸບັນເຮົາຍັງບໍ່ທັນມີຫຼັກຖານຢ່າງຊັດເຈນທາງດ້ານວິຊາການວ່າ ຢາປິ່ນປົວຊະນິດໃດ, ຢາກຸ່ມໃດທີ່ມີປະສິດທິພາບສູງໃນການປິ່ນປົວຄົນເຈັບພະຍາດດັ່ງກ່າວ. ໃນທາງດຽວກັນເຊື້ອພະຍາດກໍຍັງເລິກລັບຊັບຊ້ອນ ສະແດງອອກບ່ອນວ່າ ບາງຄັ້ງຄົນມີເຊື້ອແຕ່ບໍ່ສະແດງອາການ ຫຼັງການປິ່ນປົວ ອອກໂຮງໝໍແລ້ວ ຍັງກັບມາມີເຊື້ອບວກຄືນໃໝ່.

ທ່ານຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບກ່າວວ່າ: ຫຼັກຖານການຄົ້ນຄວ້າທີ່ຕີພິມລົງໃນວາລະສານການແພດທີ່ມີຊື່ສຽງລະດັບໂລກຂອງປະເທດອັງກິດ ຊີ້ໃຫ້ເຫັນວ່າ ປະມານ 78% (ຈາກຕົວເລກກວດທັງໝົດ 166 ຄົນ ພົບວ່າ 130 ຄົນ) ຂອງຄົນເຈັບທີ່ຕິດເຊື້ອໂຄວິດ-19 ບໍ່ມີອາການສະແດງອອກເຊັ່ນ: ບໍ່ມີອາການໄອ, ບໍ່ໄຂ້, ບໍ່ເຈັບຄໍ, ບໍ່ປວດເມື່ອຍຕົນຕົວ, ບໍ່ຫາຍໃຈຍາກ ປົກກະຕິທຸກຢ່າງ.

ດັ່ງນັ້ນ, ການປະຕິບັດຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນທີ່ສຸດ ສ່ວນຜູ້ທີ່ອອກໂຮງໝໍແລ້ວກໍຍັງຕ້ອງຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ ແລະ ກັບມາກວດກາຢັ້ງຢືນຄືນອີກ ເພາະຕາມຂໍ້ມູນວິຊາການຂອງສາກົນພົບວ່າຄົນເຈັບທີ່ປິ່ນປົວດີແລ້ວ ກັບມາມີເຊື້ອຄືນອີກເຖິງ 20-30%.

 

ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...