spot_img
Homeໜັງໃໝ່ວົງການຮູບເງົາລາວຈະສົ່ງ 2 ຮູບເງົາເຂົ້າຊິງລາງວັນ ອອສກາຣ໌ ປະຈຳປີ 2018

ວົງການຮູບເງົາລາວຈະສົ່ງ 2 ຮູບເງົາເຂົ້າຊິງລາງວັນ ອອສກາຣ໌ ປະຈຳປີ 2018

Published on

ຖືເປັນຄັ້ງປະຫວັດສາດຂອງວົງການຮູບເງົາລາວ ທີ່ຈະສົ່ງ 2 ຮູບເງົາລາວເຂົ້າຮ່ວມຊິງລາງວັນ ອອສກາຣ໌ ຫຼື ລາງວັນອາຄາເດມີອາວອດ ຄັ້ງທີ່ 90 ປະຈຳປີ 2018 ເຊິ່ງຈະຈັດຂຶ້ນໃນວັນທີ 4 ມີນາ 2018 ເຊິ່ງຮູບເງົາລາວທີ່ຖືກຄັດ ເລືອກເຂົ້າຊິງມີທັງໝົດ 2 ເລື່ອງຄື: ຮູບເງົາ ປາຍທາງ ແລະ ຮູບເງົາ ນ້ອງຮັກ 

ຮູບເງົາເລື່ອງ ປາຍທາງ ເປັນຮູບເງົາທີ່ມີເນື້ອໃນສະທ້ອນສັງຄົມ ເຊິ່ງເປັນຜົນງານການສ້າງ ຂອງຄົນລາວລ້ວນໆ “Lao New Wave Cinema” ນັກສະແດງນຳໂດຍໜຸ່ມ ຕ່າຍ

ຮູບເງົາເລື່ອງ ນ້ອງຮັກ ແມ່ນເປັນຮູບເງົາແນວສະຫຍອງຂັວນ ເຊິ່ງສະແດງນຳໂດຍ ສາວ ຕ໊ອດ ລີນ່າ ເຊິ່ງເປັນຜົນງານການກຳກັບຂອງ ທ່ານ ນາງ ແມັດຕີ້ ໂດ ຜູ້ທີ່ມີບົດບາດສຳຄັນໃນວົງການບັນເທີງຮູບເງົາບ້ານເຮົາ

ທັງສອງເລື່ອງເປັນຜົນງານທີ່ໂດດເດັ່ນ ເນື້ອໃນເລື່ອງໜ້າສົນໃຈໜ້າຕິດຕາມ ສຳລັບຄົນທີ່ຍັງບໍ່ທັນໄດ້ເບິ່ງຜົນງານທັງສອງເລື່ອງແມ່ນສາມາດກົດເບິ່ງໄດ້ທີ່ນີ້ເລີຍ

https://youtu.be/Y9HLEYOxfSk

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...