ວິທີແກ້ບັນຫາ ເມື່ອໃສ່ບິກ S Pen ເທິງ Samsung Galaxy Note 5 ຜິດດ້ານ ພຽງແຕ່ໃຊ້ກະດາດແຜ່ນດຽວ

http://www.techmoblog.com/uploads/content_images/201508/

ຫລັງ​ຈາກ​ທີ່​ມີ​ຜູ້​ພົບ​ວ່າ  ບິກ S Pen ເທິງ Samsung Galaxy Note 5 ຖ້າ​ໃສ່​ຜິດ​ດ້ານ ຈະ​ບໍ່​ສາມາດ​ດຶງ​ອອກ​ມາ​ໄດ້ ແລະ​ ຢ່າ​ພະຍາຍາມ​ດຶງ​ອອກ ເພາະ​ຈະ​ເຮັດໃຫ້​ຟັງຊັ່ນພາຍ​ໃນ​ເສຍ​ຫາຍ ແລະ ​ຕ້ອງ​ສົ່ງ​ສູນ​ຢ່າງ​ດຽວ​ນັ້ນ ຫຼ້າ​ສຸດ ທາງ​ເວັບ​ໄຊຕ໌ SamMobile ໄດ້​ອອກ​ມາ​ເຜີຍ​ເຄັດ​ລັບ​ການ​ແກ້​ບັນຫາ ເມື່ອ​ໃສ່ S Pen ຜິດ​ດ້ານ  ດ້ວຍ​ການ​ໃຊ້​ກະ​ດາດ​ພຽງ​ແຜ່ນ​ດຽວ​ເທົ່າ​ນັ້ນ

ງ່າຍໆ ດ້ວຍ​ການ​ຕັດ​ກະ​ດາດ​ໃຫ້​ມີ​ຄວາມ​ຍາວ​ກວ່າ​ບິກ S Pen ພຽງເລັກນ້ອຍ ຈາກ​ນັ້ນ​ໃຫ້​ນຳ​ກະ​ດາດ​ໄປ​ຫໍ່​ບິກ S Pen ແລ້ວ​ສອດ​ເຂົ້າໄປ​ດ້ານ​ໃນ​ຊ່ອງ​ເກັບ ແລ້ວ​ດຶງ​ບິກອອກ​ມາ​ພ້ອມ​ກະ​ດາດ ພຽງ​ເທົ່າ​ນີ້ ກໍ​ສາມາດ​ດຶງ​ບິກ S Pne ທີ່​ຕິດ​ຢູ່​ອອກ​ມາ​ໄດ້ ໂດຍ​ບໍ່​ເຮັດໃຫ້​ເຊັນ​ເຊີ​ເສຍ​ຫາຍ​ແຕ່​ຢ່າງ​ໃດ

ສ່ວນ​ວິທີ​ການເຮັດ ຊົມ​ກັນ​ຕໍ່​ທີ່​ຄລິບ​ວີ​ດີ​ໂອ​ດ້ານລ່າງນີ້