Homeປ່ອງຢ້ຽມດວງດາວນັກຟິສິກພົບຂຸມດຳຍັກໃກ້ກັບໂລກ

ນັກຟິສິກພົບຂຸມດຳຍັກໃກ້ກັບໂລກ

Published on

http://www.vcharkarn.com/media/images/

ນັກ​ຟິ​ສິກສາດ​ແຫ່ງ​ມະຫາ​ວິທະຍາ​ໄລ​ໂອ​ກາ​ໂຮ​ມາ​ ແລະ​ ນັກ​ວິ​ໄຈ​ຮ່ວມ​ຊາວ​ຈີນ​ວິ​ເຄາະ​ຂໍ້​ມູນ​ຈາກ​ກ້ອງ​ໂທລະທັດ​ອາວະ​ກາດ​ຮັບ​ເບີນ​ຈົນ​ຄົ້ນ​ພົບ​ຂຸມ​ດຳ​ຍັກ​ທີ່​ຄວໍ​ຊາລ໌ “ມາລ໌​ຄາ​ຮຽນ” 231 ອັນ​ເປັນ​ຄວໍ​ຊາລ໌​ທີ່​ໃກ້​ກັບ​ໂລກ​ຫລາຍ​ທີ່ສຸດ

ຂຸມດຳ​ຍັກ​ທີ່​ພົບ​ນີ້​ມີ​ຢູ່​ສອງ​ຂຸມ​ນຳກັນ ໂດຍ​ຂຸມ​ໜຶ່ງ​ມີ​ຂະໜາດ​ໃຫຍ່​ກວ່າ​ອີກ​ຂຸມ​ໜຶ່ງ ເປັນ​ລັກສະນະ​ຂອງ​ຂຸມ​ດຳ​ຄູ່ ແລະ ​ຊີ້​ໃຫ້​ເຫັນ​ວ່າ ຂຸມ​ດຳ​ມວນ​ຍັກ​ເຫລົ່າ​ນີ້​ມີ​ມວນ​ເພີ່ມ​ຂຶ້ນ​ເລື່ອ​ຍໆ​ຈາກ​ການ​ດຶງ​ດູດ​ສິ່ງ​ຕ່າງໆ​ຮອບ​ຕົວ

ສາດ​ສະດາ​ຈານ ຊິນ​ຍູ ໄຕ​ແຫ່ງ​ພາ​ກວິ​ຊາ​ຟິ​ສິກ ​ແລະ​ ດາ​ລາ​ສາດ​ໂຣ​ເມີລ໌ ແອນ. ດັອດຈ໌ ຮ່ວມ​ກັບ​ຍູ​ຈຸນ ລູ ແຫ່ງ​ສູນ​ສັງເກດ​ການ​ດາ​ຣາ​ສາດ​ແຫ່ງ​ຊາດ ຂອງ​ສະມາຄົມ​ວິທະຍາ​ສາດ​ຂອງ​ຈີນ ເຮັດ​ການສຶກສາ​ການ​ປ່ອຍ​ລັງສີ​ອຸນ​ຕາ​ໄວ​ໂອ​ເລດ​ທີ່​ອອກ​ມາ​ທາງ​ກຸ່ມ​ດາວ Mrk 231 ຈາກ​ພາບ​ຂອງ​ກ້ອງ​ໂທລະ​ທັດ​ຮັບ​ເບີນ ຫລັງ​ຈາກ​ນັ້ນ​ທຳການ​ວິ​ເຄາະ​ສະ​ເປກ​ຕຳ​ຂອງ​ກາ​ແລກ​ຊີ່ ສຸດ​ທ້າຍ ຜົນ​ງານ​ນີ້​ຈະ​ເຮັດໃຫ້​ໂມ​ເດນ​ທີ່​ສະເໜີ​ມາ​ນີ້ ຈະ​ເຮັດໃຫ້​ຮູ້​ເຖິງ​ການ​ມີ​ຢູ່​ຈິງ​ຂອງ​ຂຸມ​ດຳ​ທີ່​ຄວໍ​ຊາລ໌ Mrk 231 ໄດ້

“ເຮົາ​ຕື່ນ​ເຕັ້ນ​ຫລາຍ​ກັບ​ການ​ຄົ້ນ​ພົບ​ເທື່ອ​ນີ້​ເພາະ​ບໍ່​ໄດ້​ເປັນພຽງ​ການ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ມີ​ຢູ່​ຂອງ​ຂຸມ​ດຳ​ໃນ​ຄວໍ​ຊາລ໌ Mrk 231 ທີ່​ຈັດ​ວ່າ​ໃກ້​ທີ່ສຸດ ແຕ່​ການ​ຄົ້ນ​ພົບ​ນີ້​ຍັງ​ໃຊ້​ວິທີ​ການ​ໃໝ່​ທີ່​ມີ​ການ​ຄົ້ນ​ຫາ​ຂຸມ​ດຳ​ຈາ​ກທຳມະ​ຊາດ​ການ​ປ່ອຍ​ລັງສີ​ອຸນ​ຕາ​ໄວ​ໂອ​ເລັດ​ຂອງ​ມັນ” ລູ ແຫ່ງ​ສູນ​ສັງເກດ​ການ​ດາ​ລາ​ສາດ​ແຫ່ງ​ຊາດ​ຂອງ​ຈີນ​ເຜີຍ

“ໂຄງ​ສ້າງ​ຂອງ​ເອກະ​ພົບ​ຂອງ​ເຮົາ ເຊັ່ນ ກາ​ແລກ​ຊີ່​ທີ່​ໃຫຍ່ ກຸ່ມ​ຂອງ​ກາ​ແລກ​ຊີ່ ຄ່ອຍໆ​ເຕີບໃຫ່ຍຂຶ້ນ​ຈາກ​ການ​ລວມ​ເອົາ​ລະບົບ​ຫຍໍ້​ໆ​ເຂົ້າ​ເປັນ​ລະບົບ​ທີ່​ໃຫຍ່​ກວ່າ ຂຸມດຳ​ຄູ່​ກໍ​ເປັນ​ສິ່ງ​ທີ່ເກິດຂື້ນ​ຫລັງ​ຈາກ​ການ​​ລວມ​ຕົວ​ຂອງ​ກາ​ແລກ​ຊີ່​ເຫລົ່າ​ນີ້” ໄຕ ເຜີຍ

ຫລັງ​ຈາກ​ເວລາ​ຜ່ານ​ໄປ​ອີກ ຂຸມ​ດຳ​ທັງ​ສອງ​ທີ່ Mrk 231 ຈະ​ຊົນ​ກັນ​ແລະ​ລວມ​ຕົວ​ກັນ​ຈົນ​ເກີດ​ເປັນ​ຄວໍ​ຊາລ໌​ອັນ​ໜຶ່ງ​ທີ່​ມີ​ຂຸມ​ດຳ​ມວນ​ຍັກ​ຢູ່​ດ້ວຍ ຄວໍ​ຊາລ໌​ເປັນ​ກາ​ແລກ​ຊີ່​ກຳ​ມັນ​ທີ່​ມີ​ໃຈ​ກາງ​ທີ່​ສ່ອງ​ສະຫວ່າງ​ມີ​ອາ​ຍຸ​ທີ່​ສັ້ນ​ເມື່ອ​ທຽບ​ກັບ​ອາ​ຍຸ​ຂອງ​ເອກ​ະພົບ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...