spot_img
Homeນານາສາລະວິທີສັງເກດເບິ່ງຜູ້ຊາຍເຈົ້າຊູ້

ວິທີສັງເກດເບິ່ງຜູ້ຊາຍເຈົ້າຊູ້

Published on

 

7

        1.  ບໍ່​ຄ່ອຍ​ຍອມ​ຮັບ​ຄວາມ​ເຈົ້າ​ຊູ້
ຖ້າ​ຖາມວ່າເຂົາ​ເຈົ້າ​ຊູ້​ ຫລື ​ບໍ່ ທ່ານໃດ​ທີ່​ບອກ​ກົງ​ໆ ວ່າ​ທີ່​ເຈົ້າ​ຊູ້ຢູ່ແມ່ນບໍ່ຄ່ອຍ​ໜ້າ​ຫ່ວງ ເພາະ​ໃຫ້​ເຊື່ອ​ຕາມ​ທີ່ເຂົາວ່າ​ເລີຍ​ວ່າ​ເຈົ້າ​ຊູ້​ແທ້ ແຕ່ຖ້າ​ທີ່​ຕອບ​ວ່າ​ບໍ່ໄດ້​ເຈົ້າ​ຊູ້​ ໃຫ້​ລະ​ວັງ​ໄວ້ ໂດຍ​ສະເພາະ​ໃຫ້​ເບິ່ງ​ວິທີ​ທີ່ເຂົາ​ອະທິບາຍ​ ຫລື​ ລ້ຽງ​       ຕອບ​ວ່າ​ເປັນຫຍັງ​ເຂົາ​ຈຶ່ງ​ບໍ່​ເຈົ້າຊູ້

  1. ຮູ້​ໃຈ​ຜູ້ຍິງ​ໄປຫມົດ
    ຜູ້​ຊາຍ​ທີ່​ເອົາ​ໃຈ​ຜູ້ຍິງ​ເກັ່ງ ຮູ້​ໃຈ​ຜູ້ຍິງ​ໄປຫມົດ​ເຮັດໃຫ້​ຜູ້ຍິງ​ຮູ້ສຶກ​ວ່າ​ຕົວ​ເອງ​ເປັນ​ນາງ​ເອກ​ ​ແມ່ນເຈົ້າ​ຊູ້​ ເພາະ​ວ່າ​ຜ່ານ​ປະສົບການ ​ການ​ຈີບ​ສາວ​ມາ​ຫລາຍ ຈຶ່ງ​ຮູ້​ວ່າ​ເຮັດ​ແນວໃດ​ຜູ້ຍິງ​ຈຶ່ງ​ມັກ ຜູ້​ຊາຍ​ເຈົ້າ​ຊູ້​ສາມາດ​ເຮັດໃຫ້​ເຮົາ​ເຊື່ອ​ສະນິດ​ໃຈ​ວ່າ​ເຮົາ​ເປັນ​ຄົນ​ ພິເສດ​ຄົນ​ດຽວ​ຂອງ​ເຂົາ​
  2. ປິດໆ ເປີດໆໂທລະສັບ
    ໃຫ້​ລະ​ວັງ​ຜູ້​ຊາຍ​ທີ່​ບໍ່​ເປີດ​ສຽງ​ມື​ຖື ເປີດ​ແຕ່​ສັ່ນ ຫລື ​ປິດ​ໄປ​ເລີຍ​ເວລາ​ຢູ່​ກັບ​ເຮົາ ເຫດຜົນ​ອາດຈະ​ມີ​ຮ້ອຍ​ແປດ ເພື່ອໃຫ້ໜ້າເຊື່ອຖື ເຊັ່ນ​ວ່າ​ ຈະ​ໄດ້​ບໍ່​ລົບກວນ​ຄົນ​ອື່ນ ເຮັດ​ມາ​ຕັ້ງ​ແຕ່​ໃຊ້​ມື​ຖື​ແລ້ວ ແຕ່​ຄວາມ​ຈິງ​ຄື​ການ​ລ້ຽງ ​ບັນຫາ​ສາວອີກຄົນໜື່ງໂທມາຕອນຢູ່ກັບເຮົາ
  3.  ມີ​ເງື່ອນ​ໄຂ​ຕະຫລອດ
    ຖ້າ​ມີ​ເງື່ອນ​ໄຂ​ໃນ​ການ​ຄົບ​ຫາ​ກັນ​ຫລາຍ ເຊັ່ນ​ວ່າ ໄລຍະນີ້​ເຖິງ​ໄລຍະ​ນີ້​ຈະ​ບໍ່​ວ່າງ​ ໂທ​ມາ​ຄົງຈະ​ຮັບ​ສາຍບໍ່​ໄດ້ ບໍ່​ສະ​ດວກ​ລົມ ໃຫ້ລະ​ວັງ​ວ່າ​ອາດຈະ​ຢູ່​ກັບ​ສາວ​ຄົນ​ອື່ນ ເວລາ​ເຮົາ​ໄປ​ຮູ້​ບາງຢ່າງ​ ຫລື ​ຢາກ​ຮູ້​ບາງຢ່າງ​ແລ້ວ​ເຂົາ​ກໍ່ເຮັດ​ໃຈຮ້າຍ ​ຫລື​ ຫງຸດ​ຫງິດ ອ້າງ​ວ່າ​​ໄປ​ວຸ້ຍວາຍໃນ​ພື້ນ​ທີ່​ສ່ວນ​ຕົວ

       5. ໃຊ້​ເຊັນ​ຈັບ​ຄວາມ​ເຈົ້າ​ຊູ້
                  ໃຫ້​ເຊື່ອ​ໃນ​ເຊັນ​ຂອງ​ຜູ້ຍິງ ມັກ​ຈະ​ແມ່ນ ເປີດ​ຫູ​ເປີດ​ຕາ​ຫລາຍ​ໆ ສັງເກດ​ໃນ​ລາຍ​ລະອຽດ​ຫລາຍ​ໆ ຕອນ​ຈີບ​ກັນ ຊ່ວງ​ທີ່​ຍັງ​ບໍ່​ຕົກລົງ​ເປັນ​ແຟນ ເພາະ​ນັ້ນ​ເປັນ​ຊ່ວງ​ທີ່​ຄວາມ​ຮັກ​ຍັງ​ບໍ່​ເກີດ ຖ້າ​ມີ​ແວວ​ວ່າ​ໜ້າ​ຈະ​ເຈົ້າ​ຊູ້ ຢ່າ​ໄດ້​ເສຍ​ດາຍ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...