spot_img
Homeຊີວິດແລະຄວາມຮັກວິທີສັງເກດຄົນທີ່ທ່ານກຳລັງຄົບຢູ່ວ່າເຂົາຈິງໃຈ ແລະ ຈິງຈັງກັບທ່ານ ຫຼື ບໍ່?

ວິທີສັງເກດຄົນທີ່ທ່ານກຳລັງຄົບຢູ່ວ່າເຂົາຈິງໃຈ ແລະ ຈິງຈັງກັບທ່ານ ຫຼື ບໍ່?

Published on

ຈິດໃຈຂອງມະນຸດຍາກທີ່ຈະຄາດເດົາໄດ້ ບາງເທື່ອສິ່ງທີ່ເຫັນກໍ່ບໍ່ໄດ້ເປັນຢ່າງທີ່ຄິດໄວ້ສະເໝີໄປ ໂດຍສະເພາະເລື່ອງຂອງຄວາມຮັກ ບາງຄົນກໍ່ຮັກແຕ່ຄຳເວົ້າ ຄືມີແຕ່ເວົ້າຄຳວ່າຮັກ ແຕ່ໃນໃຈແລ້ວກັບກົງກັນຂ້າມກັບຄຳເວົ້າ ບາງຄົນກໍ່ບໍ່ສະແດງຄວາມຮັກດ້ວຍຄຳເວົ້າ ແຕ່ສະແດງອອກດ້ວຍການກະທຳແທນ ໃນຄໍລຳ ຊີວິດ ກັບຄວາມຮັກ ວັນນີ້ ເຮົາມີວິທີສັງເກດຄົນທີ່ທ່ານກຳລັງຄົບຢູ່ນັ້ນວ່າເຂົາຈິງໃຈ ແລະ ຈິງຈັງກັບຕົວທ່ານແທ້ ຫຼື ບໍ່ ມາ ຝາກກັນ ຖ້າຢາກຮູ້ເຮົາມາອ່ານໄປພ້ອມກັນເລີຍ

  1. ເຂົາຈະມັກຊວນທ່ານໄປນັ້ນມານີ້ສະເໝີ ບໍ່ວ່າຈະໄປວຽກສ່ວນຕົວ, ໄປພົບເພື່ອນ ຫຼື ໄປພົບຄອບຄົວຂອງເຂົາ
  2. ເຂົາຈະໃຊ້ຄຳວ່າເຮົາກັບທ່ານ ບໍ່ວ່າຈະໝຍເຖິງສິ່ງຂອງ ຫຼື ອື່ນໆ ເຊັ່ນ: ເຮົາຈະໄປທ່ຽວນຳກັນ, ເງິນຂອງເຮົາ, ເຮືອນຂອງເຮົາ, ເຮົາ…. ຫຼາຍກວ່າຄຳວ່າເຈົ້າ ແລະ ຂ້ອຍ
  3. ເຂົາຈະຄອຍຖາມເຖິງຄວາມສຸກ ແລະ ຄວາມທຸກຂອງທ່ານຢູ່ສະເໝີ
  4. ເຂົາຈະບໍ່ຮຽກຮ້ອງໃຫ້ທ່ານເຮັດສິ່ງນັ້ນສິ່ງນີ້ ຫຼື ປ່ຽນສິ່ງໃດເພື່ອເຂົາ ແລະ ຂໍສິ່ງໃດໆຈາກທ່ານຖ້າບໍ່ຈຳເປັນແທ້ໆ
  5. ເຂົາພ້ອມທີ່ຈະເປີດໃຈຮັບຟັງ ແລະ ລົມກັບທ່ານໄດ້ທຸກເລື່ອງ ໂດຍບໍ່ຮູ້ສຶກລຳຄານ ແລະ ບໍ່ມີຄວາມລັບກັບທ່ານ
  6. ເວລາໄປໃສມາໃສນຳກັນເຂົາຈະບໍ່ເຮັດນິໃສເຈົ້າຊູ້ໃສ່ຄົນອື່ນຕໍ່ໜ້າທ່ານເດັດຂາດ
  7. ເຂົາຈະມັກເວົ້າເລື່ອງຂອງທ່ານໃຫ້ຄົນອື່ນຟັງບໍ່ວ່າຈະເປັນເພື່ອນ ຫຼື ຄອບຄົວຟັງສະເໝີ
  8. ຊື້ຂອງຂັວນທີ່ທ່ານມັກ ຫຼື ຢາກໄດ້ໃຫ້
  9. ສ້າງບັນຍາກາດ ຫຼື ເລື່ອງປະທັບໃຈໃຫ້ທ່ານ
  10. ເລັ່ງຂໍທ່ານໝັ້ນໝາຍ ຫຼື ແຕ່ງງານກັບເຂົາໄວໆ

ຖ້າຄົນທີ່ທ່ານຄົບຢູ່ໃນຕອນນີ້ ຫາກເຂົາມີທັງໝົດ 10 ຂໍ້ທີ່ກ່າວມາຂ້າງເທິງນີ້ທ່ານກໍ່ຈົ່ງໝັ້ນໃຈໄດ້ເລີຍວ່າ ຄົນທີ່ທ່ານຄົບຢູ່ນັ້ນເຂົາຈິງໃຈ ແລະ ຈິງຈັງກັບທ່ານແທ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...