spot_img
Homeຊີວິດແລະຄວາມຮັກວິທີລົມສາວໃຫ້ຕິດ! ເຖິງທ່ານເປັນຄົນບໍ່ຫລໍ່ ກໍ່ໄດ້ໃຈນາງມາຄອງ

ວິທີລົມສາວໃຫ້ຕິດ! ເຖິງທ່ານເປັນຄົນບໍ່ຫລໍ່ ກໍ່ໄດ້ໃຈນາງມາຄອງ

Published on

ມຸກລົມສາວທີ່ຈີບຍາກທີ່ຜູ້ຊາຍຄວນຮູ້ ຖ້າຢາກໄດ້ນາງມາເປັນຫວານໃຈຕ້ອງລອງເຮັດເບິ່ງ 

ຄາລົມເປັນຕໍ່ ຮູບຫລໍ່ເປັນຮອງຍັງໃຊ້ໄດ້ຢູ່ 

ແມ່ຍິງຈະຫຼົງຮັກຜູ້ຊາຍທີ່ມີສະເໜ່ ອາລົມດີ ຫຼາຍກ່ວາໜຸ່ມໜ້າຕາດີແຕ່ເຮັດຕົວໜ້າເບື່ອ ເຖິງທ່ານຈະບໍ່ຫລໍ່ຂັ້ນເທບ ຫາກເວົ້າຈາເປັນຕາຟັງ ມີເລື່ອງຕະລົກມາເລົ່າໃຫ້ນາງຍິ້ມຢູ່ເລື່ອຍໆ ຮັບຮອງວ່າແມ່ຍິງຈະຫຼົງຜູ້ຊາຍແບບນີ້ຫຼາຍກ່ວາ.

e257ສັງເກດເບິ່ງວ່າທ່ານ ແລະ ນາງມີຫຍັງທີ່ມັກຄືກັນ

ບາງຄັ້ງຄົນທີ່ຖືກໃຈກໍ່ບໍ່ເທົ່າກັບລົມຖືກຄໍ ຄົນໜ້າຕາດີກໍ່ພຽງເພິ່ງພໍໃຈຊົ່ວຄັ້ງຄາວ ແຕ່ທ້າຍທີ່ສຸດແລ້ວຄົນທີ່ເຂົ້າໃຈລົມກັນຖືກຄໍ ແລະ ມີແນວມັກຄ້າຍໆກັນ ຄືຄຸນສົມບັດທີ່ແມ່ຍິງຊອກຫາ ທ່ານຄວນຊວນນາງລົມ ແລ້ວສັງເກດ້ບິ່ງວ່ານາງມັກສິ່ງໃດ ຖ້າຄ້າຍຄືກັນທ່ານກໍ່ສານຕໍ່ຄວາມສຳພັນແບບຍາວໆເລີຍ.

ຢ່າມີຟອມຫຼາຍ ພຽງເປັນຕົວຂອງຕົວເອງກໍ່ພໍ        

ຮູ້ບໍ່ວ່າສາວໆສ່ວນຫຼາຍບໍ່ມັກຜູ້ຊາຍຂີ້ມ້າດ ມີຟອມຫຼາຍ ເຮັດອັນໃດກໍ່ເບິ່ງເວີ້ວັງອະລັງການ ເໝືອນຄົນຮຽກຮ້ອງຄວາມສົນໃຈຢູ່ຕະຫຼອດ ຍິ່ງເປັນສາວຮິດຮັອດທີ່ມີຄົນມາຈີບຫຼາຍຢູ່ແລ້ວ ຜູ້ຊາຍຂີ້ມ້າດແບບນີ້ໝົດສິດເລີຍ ທາງທີ່ດີທ່ານຄວນເປັນຕົວຂອງຕົວເອງດີທີ່ສຸດ ເຮັດຕົວໃຫ້ເປັນທຳມະຊາດ ບໍ່ຕ້ອງພະຍາຍາມປ່ຽນແປງຕົວເອງເພື່ອສາວໃນຝັນ ແຕ່ເປັນຄວາມຈິງໃຈທີ່ມີຢູ່ແທ້.

e258

ຄ່ອຍສ້າງສຳພັນຢ່າງຊ້າໆ ຢ່າຟ້າວໃຈຮ້ອນ

ແມ່ຍິງບໍ່ມັກຜູ້ຊາຍທີ່ກົດດັນ ຄອຍຖາມເອົາຄຳຕອບຈາກນາງ ເຊັ່ນ: “ຮັກຂ້ອຍບໍ່, ຮັກຫຼາຍຊ່ຳໃດ, ເມື່ອໃດຈະໃຈອ່ອນຈັກເທື່ອຈີບດົນແລ້ວ” ປະມານນີ້ ແມ່ຍິງຈະລຳຄານຫຼາຍ ແຮງເປັນສາວງາມໜ້າຕາດີຄົນຈີບຫຼາຍແລ້ວ ເຂົາຈະຂີດຂ້າຜູ້ຊາຍປະເພດນີ້ອອກຈາກບັນຊີນາງເລີຍ ທ່ານຄວນຄ່ອຍໆເບິ່ງໄປ ສ້າງຄະແນນໄປເທື່ອລະໜ້ອຍ ແຕ່ເຮັດສະໝ່ຳສະເໝີດີກ່ວາ.

ເຮັດດີກັບຄົນອ້ອມຂ້າງຂອງນາງພ້ອມ.  

ແມ່ຍິງເຂົາຈະສັງເກດ ວ່າທ່ານເຮັດດີກັບນາງຄົນດຽວ ຫຼື ກັບຄອບຄົວຂອງນາງພ້ອມ ບໍ່ວ່າຈະເປັນເພື່ອນ ຫຼື ຄອບຄົວ ເພາະນັ້ນໝາຍເຖິງວ່າທ່ານໃສ່ໃຈຄົນສຳຄັນຂອງນາງເຊັ່ນກັນ ເຊິ່ງມັນສຳຄັນຫຼາຍ ເພາະຕໍ່ໃຫ້ທ່ານປະຕິບັດກັບນາງແບບເຈົ້າຍິງກໍ່ຕາມ ແຕ່ປະປ່ອຍຄົນທີ່ນາງຮັກ ຄວາມດີຂອງທ່ານກໍ່ບໍ່ມີຄວາມໝາຍ

Group of happy friends eating and toasting at garden barbecue - Concept of happiness with young people at home enjoying food together

     

ຢ່າສັນຍາໃນສິ່ງທີ່ທ່ານເຮັດບໍ່ໄດ້

ໜຸ່ມໆໜ້າຈະຮູ້ດີວ່າສາວໆສ່ວນຫຼາຍໃຫ້ຄວາມສຳຄັນກັບຄຳໝັ້ນສັນຍາຫຼາຍ ຖ້າເປັນໄປໄດ້ກໍ່ຢ່າສັນຍາໃນສິ່ງທີ່ຕົນເອງບໍ່ໝັ້ນໃຈວ່າຈະເຮັດໄດ້ ແຕ່ຈົ່ງປ່ຽນຈາກສັນຍາປາກເປົ່າມາເປັນການກະທຳທີ່ພິສູດໄດ້ແທນດີກ່ວາ.

ປະຕິບັດກັບນາງເໝືອນກັບທີ່ທ່ານຢາກໄດ້ຮັບ 

ໃຜໆກໍ່ມັກໃຫ້ຄົນດູແລເອົາໃຈໃສ່ຢູ່ແລ້ວ ຜູ້ຊາຍກໍ່ເຊັ່ນກັນ ດັ່ງນັ້ນກໍ່ໃຫ້ທ່ານໃສ່ໃຈຝ່າຍຍິງເໝືອນກັບທີ່ທ່ານຢາກໄດ້ຈາກນາງ ເພາະຖ້າທ່ານເຮັດແບບໃດທ່ານກໍ່ຈະໄດ້ແບບນັ້ນກັບຄືນມາ.

e260
ດູແລຕົວເອງໃຫ້ເບິ່ງດີສະເໝີ  

ເຖິງໜ້າຕາບໍ່ຫລໍ່ ແຕ່ທ່ານກໍ່ຕ້ອງຮູ້ຈັກດູແລຕົວເອງ ໃຫ້ເບິ່ງສະອາດ, ບໍ່ມີກິ່ນຕົວຢູ່ສະເໝີ ແຕ່ງຕົວດີໆງາມໆຫອມໆ ແບບສະໝ່ຳສະເໝີ ແບບນີ້ເຖິງເຈົ້າຈະບໍ່ຫລໍ່ກໍ່ມີຄົນມາຮັກເຈົ້າແນ່ນອນ

 

ຂໍ້ມູນຈາກ: http://men.kapook.com/

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...