spot_img
HomeຊີວິດແລະຄວາມຮັກWedding-Sex-loveວິທີປ້ອງກັນ ພະຍາດຕິດຕໍ່ທາງເພດສຳພັນ

ວິທີປ້ອງກັນ ພະຍາດຕິດຕໍ່ທາງເພດສຳພັນ

Published on

ພະຍາດຕິດຕໍ່ທາງເພດສຳພັນ ເປັນພະຍາດທີ່ຮ້າຍແຮງ ເຊິ່ງທຸກຄົນບໍ່ປາດຖະໜາທີ່ຈະພົບເຫັນ ແຕ່ບາງຄັ້ງກໍປາສະຈາກບໍ່ໄດ້, ເຊິ່ງພະຍາດຕິດຕໍ່ທາງເພດສຳພັນ ເກີດຂຶ້ນດ້ວຍການບໍ່ໃສ່ຖົງຢາງອະນາໄມ ຂະນະມີເພດສຳພັນ, ມື້ນີ້ແອັດມິນ ມີວິທີປ້ອງກັນພະຍາດຕິດຕໍ່ທາງເພດສໍາພັນ ມາໃຫ້ທຸກຄົນໄດ້ຮູ້ນໍາກັນ

  1. ໃສ່ຖົງຢາງອະນາໄມ ຫາກມີເພດສຳພັນ ກັບຄົນທີ່ບໍ່ແນ່ໃຈວ່າມີເຊື້ອພະຍາດ ຫຼືບໍ່
  2. ຮັກສາຄວາມສະອາດຂອງຮ່າງກາຍ ແລະອະໄວຍະວະເພດຢ່າງສຳໝໍ່າສະເໝີ
  3. ບໍ່ປ່ຽນຄູ່ນອນ ຄືມີຜົວດຽວ ເມຍດຽວ
  4. ບໍ່ມີເພດສຳພັນຕັ້ງແຕ່ອາຍຸຍັງນ້ອຍ ເພາະມີສະຖິຕິວ່າ ຜູ້ທີ່ມີເພດສຳພັນຕັ້ງແຕ່ອາຍຸຍັງນ້ອຍ ຈະມີໂອກາດຕິດເຊື້ອພະຍາດ ຕິດຕໍ່ທາງເພດສຳພັນໄດ້ງ່າຍ
  5. ກວດພະຍາດໃນທຸກໆປີ ເພື່ອຊອກຫາເຊື້ອພະຍາດ ເຖິງແມ່ນວ່າ ຈະບໍ່ມີອາການໃດໆກໍຕາມ ໂດຍສະເພາະຜູ້ທີ່ກຳລັງຈະແຕ່ງງານກັນ
  6. ຮຽນຮູ້ ແລະຊອກຮູ້ ສຶກສາ ອາການຂອງພະຍາດຕ່າງໆທາງເພດສຳພັນ
  7. ບໍ່ຄວນມີເພດສຳພັນຂະນະເປັນປະຈຳເດືອນ ເພາະຈະເຮັດໃຫ້ເກີດ ພະຍາດຕິດຕໍ່ທາງເພດສຳພັນໄດ້ງ່າຍ
  8. ບໍ່ຄວນມີເພດສຳພັນທາງຫຼັງ ຫຼືທາງທະວານໜັກ ຫາກຈຳເປັນຄວນໃສ່ຖົງຢາງອະນາໄມ
  9. ບໍ່ຄວນລ້າງຊ່ອງຄອດໃນຊ່ວງມີເພດສຳພັນໃໝ່ໆ ເພາະຈະເຮັດໃຫ້ຕິດເຊື້ອພະຍາດໄດ້ງ່າຍ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...