spot_img
Homeນານາສາລະວິທີບຳບັດອາການເສບຕິດ

ວິທີບຳບັດອາການເສບຕິດ

Published on

ແຕ່ລະຄົນມີອາການຕິດບາງສິ່ງບາງຢ່າງບໍ່ຄືກັນອອກໄປ ບາງຄົນກໍ່ມັກ ຫຼື ຕິດການຊື້ໂມງ, ຊື້ເກີບ, ຊື້ເສື້ອຜ້າ ຊື້ທຸກມື້ກໍ່ໄດ້ ຊື້ເທື່ອຫຼາຍໆ ກໍ່ໄດ້, ບາງຄົນກໍ່ເສບຕິດຂອງແບຣນເນມຄືເຫັນແລ້ວມີຄວາມຢາກໄດ້ສູງຈົນຍອມເຮັດທຸກສິ່ງທຸກຢ່າງເພື່ອໄດ້ເຄື່ອງຂອງພວກນັ້ນມາ ບາງຄົນກໍ່ເສບຕິການຫຼິ້ນການພະນັກຈົນເຂົ້າເສັ້ນຖອນຕົວບໍ່ໄດ້ ຈົນເຮັດໃຫ້ສູນເສຍໝົດທຸກຢ່າງ ບາງຄົນກໍ່ເສບຕິດຢາກສູບ, ເຫຼົ້າ, ເບຍ, ຢາບ້າ ແລະ ການຫຼິ້ນທ່ຽວ ຈົນຍາກທີ່ຈະຕັດໃຈເລີກມັນໄດ້ ອາການເສບຕິດແບບນີ້ມັນສາມາດຮັກສາໄດ້ ແຕ່ຕ້ອງອີງໃສ່ປັດໄຈດ້ານສະພາບແວດລ້ອມອ້ອມຂ້າງ ແແຕ່ຫຼັກໆກໍ່ຄືຈິດໃຈຂອງຕົນເອງ ໃນຄໍລຳສາລະໜ້າຮູ້ມື້ນີ້ ແອັດມີ 4 ຫຼັກການທີ່ອ່ານງ່າຍ ແຕ່ຄົງປະຕິບັດຍາກແນ່ຈັກໜ້ອຍ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາຮູ້ຈັກໄປ້ອມກັນເລີຍ

ເລົ່າເລື່ອງຂອງທ່ານໃຫ້ໃຜຈັກຄົນໜຶ່ງຟັງ

ການບອກເລື່ອງລາວຂອງທ່ານໃຫ້ກັບຄົນທີ່ທ່ານໄວ້ໃຈທີ່ສຸດໄດ້ຮັບຮູ້ ມັນເປັນການລະບາຍຄວາມໃຈທີ່ອຶດອັດອອກໄປໄດ້ ແລະ ຖ້າເພື່ອນຄົນນັ້ນຂອງທ່ານເປັນຄົນດີ ເຂົາກໍ່ຈະເຂົ້າໃຈບັນຫາຂອງທ່ານ, ໃຫ້ກຳລັງໃຈທ່ານ ແລະ ຊ່ວຍແນະນຳທາງສະຫວ່າງໃຫ້ທ່ານໄດ້

ໃຫ້ເວລາກັບຕົວເອງ

ສຳລັບຄົນທີ່ເສບຕິດພວກສານທີ່ເປັນອັນຕະລາຍຕໍ່ຮ່າງກາຍເຊັ່ນ: ຢາເສບຕິດ ເປັນຕົ້ນ ກຸ່ມຄົນນີ້ຖ້າຄິດຈະເລີກຕ້ອງໄດ້ໃຊ້ເວລາ ເຊິ່ງມັນຂຶ້ນກັບວ່າທ່ານເສບຕິດມາເປັນເວລາດົນປານໃດແລ້ວ ເພາະການເລີກຢາເສບຕິດນັ້ນບໍ່ແມ່ນຈະມີຄວາມແຂງແຮງທາງຮ່າງກາຍພຽງຢ່າງດຽວ ແຕ່ຄວາມແຂງແຮງທາງຈິດໃຈຕ້ອງມີພ້ອມ ນອກຈາກນັ້ນທ່ານຕ້ອງໄດ້ອົດທົນ ບໍ່ແມ່ນຈະໃຊ້ເວລາພຽງມື້ສອງມື້ກໍ່ຈະເລີກໄດ້ ຢ່າໃຈຮ້ອນຟ້າວແຕ່ລົ້ມເລີກຄວາມຕັ້ງໃຈ

ຄັ້ງເປົ່າໝາຍໃຫ້ຊັດເຈນ

ການທີ່ຈະເຮັດສິ່ງໃດສຳເລັດໄດ້ນັ້ນ ມັນຕ້ອງມີເປົ້າໝາຍທີ່ຊັດເຈນ ບວກກັບຄວາມພ້ອມຂອງຮ່າງກາຍ ແລະ ຈິດໃຈ ເຊິ່ງມັນຈະຂາດສ່ວນໃດສ່ວນໜຶ່ງໄປບໍ່ໄດ້

ຢ່າຄິດເສຍດາຍ ຫຼື ຄິດເຖິງອະດີດ

ເມື່ອຈະຕັດສິນໃຈເລີກໃນສິ່ງທີ່ຕົນເອງກຳລັງຕິດຢູ່ ທ່ານກໍ່ຕ້ອງພ້ອມສູນເສຍສິ່ງທີ່ເຄີຍເປັນ, ເຄີຍເຮັດ, ເຄີຍໃຊ້, ເຄີຍໄປ ຫຼື ເຄີຍກິນ ຖ້າປ່ອຍວາງສິ່ງເຫຼົ່ານັ້ນໄປໄດ້ ພຽງໃຊ້ເວລາບໍ່ດົນທ່ານກໍ່ຈະຕັດຂາດມັນໄປໄດ້

ຫຼັກກ່ານທີ່ກ່າວມາຂ້າງເທິງນີ້ເມື່ອອ່ານເບິ່ງແລ້ວອາດເປັນເລື່ອງງ່າຍ ແຕ່ສຳລັບພາກປະຕິບັດນັ້ນມັນແມ່ນເລື່ອງຍາກຫຼາຍ ແຕ່ຖ້າຕັ້ງໃຈຢາກເລີກມັນແທ້ໆ ແນ່ນອນວ່າບໍ່ມີສິ່ງໃດທີ່ຕົນເອງເຮັດບໍ່ໄດ້ ຖ້າຕົນເອງເຂັ້ມແຂງພໍ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...