spot_img
Homeນານາສາລະວິທີກຳຈັດແມງສາບທີ່ໄດ້ຜົນ

ວິທີກຳຈັດແມງສາບທີ່ໄດ້ຜົນ

Published on

Tricky-fake-cockroaches-Halloween-Toys-800P

ແມງສາບເປັນສັດທີ່ມີນິໄສກັດແຫ້ນທຳລາຍເຄື່ອງນຸ່ງຂອງໃຊ້ ຂັບຖ່າຍສິ່ງສົກກະປົກ ສົ່ງກິ່ນເໝັນ ແລະແພ່ກະຈາຍເຊື້ອໂລກມາສູ່ຄົນໄດ້ຢ່າງຫຼວງຫຼາຍ ໄດ້ແກ່ໂຣກທາງເດິນອາຫານ, ອະຫິວາຕະກະໂລກ, ໄທຟອຍ, ພູມແພ້ ແລະຫອບຫືດ.

ສານກຳຈັດແມງສາບມີສ່ວນປະສົມຄື ໂອວັນຕີນ, ແປ້ງເຂົ້າຈ້າວ ແລະຊີມັງ. ແລ້ວນຳເອົາສ່ວນປະສົມທັງ 3 ຊະນິດມາປະສົມໃຫ້ເຂົ້າກັນ ແລ້ວເອົາໄປວາງໄວ້ໃນທີ່ທີ່ມີແມງສາບຊຸກຊຸມ ພ້ອມເອົາຖາດນ້ຳໄປວາງໄວ້ໃກ້ໆ ແມງສາບຈະມາກິນສານກຳຈັດແມງສາບແລະນ້ຳແລ້ວຈະກັບໄປຕາຍຢູ່ຮັງຂອງມັນ ເຊິ່ງເປັນວິທີການກຳຈັດແມງສາບທີ່ບໍ່ມີພິດຕົກຄ້າງ ແລະເປັນອັນຕະລາຍຕໍ່ມະນຸດຄືກັບ ການກຳຈັດແມງສາບດ້ວຍວິທີການໃຊ້ສານເຄມີສີດ.

  1. ໂອວັນຕິນຈະເປັນສານທີ່ລໍ້ໃຫ້ແມງສາບມາກິນສານກຳຈັດແມງສາບ
  2. ແປ້ງເຂົ້າຈ້າວຈະເຮັດໃຫ້ແມງສາບຄໍແຫ້ງຫິວນ້ຳ ຕ້ອງຫານ້ຳກິນເຂົ້າໄປ
  3. ສ່ວນປູນຊີມັງສານສຳຄັນເມື່ອຖືກນ້ຳຈະແຂງໂຕ ແລ້ວຈະເຮັດໃຫ້ແມງສາບຈຸກແໜ້ນທ້ອງແລະຂີ້ຄາກົ້ນຕາຍໄປ.

ທຸກທ່ານ ທຸກເຮືອນ ສາມາດຜະລິດສານກຳຈັດແມງສາບງ່າຍໆ ນີ້ ແລະເອົາໄປໃຊ້ເອງໄດ້ຢ່າງປອດໄພ ບໍ່ມີສານຕົກຄ້າງທີ່ອັນຕະລາຍຕໍ່ໍຊີວິດຄົນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...