ວັດສະດຸທີ່ໃຊ້:
- ໝາກກ້ວຍນໍ້າສຸກ ຈໍານວນ 2 ຫວີ
- ນໍ້າຕານຊາຍ ຈໍານວນ 4-5 ບ່ວງ
- ແກ້ວ ຫຼືພາສະນະອື່ນໆ ( ເນັ້ນເປັນແກ້ວ ) ທີ່ສາມາດບັນຈຸໄດ້ 4-5 ລິດ
- ນໍ້າສະອາດ ຈໍານວນ 3-4 ລິດ
ຂັ້ນຕອນ ແລະສ່ວນປະສົມຂອງການເຮັດນໍ້າສົ້ມສາຍຊູຈາກໝາກກ້ວຍນໍ້າ
ວິທີການເຮັດ:
- ປອກໝາກກ້ວຍນໍ້າທີ່ສຸກໃສ່ຊາມ ຈາກນັ້ນເອົາໄປປັ່ນໃນເຄື່ອງປັ່ນໆໃຫ້ລະອຽດ ແລ້ວແລ້ວເອົາໃສ້ໃນແກ້ວ ຫຼືພາສະນະທີ່ກຽມໄວ້.
- ໃສ່ນໍ້າຕານຊາຍ ແລະນໍ້າລົງໄປ ປິດຝາແກ້ວທັນທີ ແລະປິດໃຫ້ແຈບ ປະໄວ້ປະມານ 15 ມື້ ກໍຈະໄດ້ນໍ້າສົ້ມທີ່ມີຄວາມສົ້ມຕາມທີ່ຕ້ອງການ.
- ເມື່ອໄດ້ຄວາມສົ້ມຈາກໝາກກ້ວຍນໍ້າແລ້ວ ຈະຕ້ອງຕອງນໍ້າສົ້ມອອກຈາກແກ້ວໂຫຼດ ໂດຍໃຊ້ຜ້າຂາວບາງໃນການຕອງ ແລ້ວໃສ່ແກ້ວເກັບໄວ້ໃຊ້ໄດ້ຕໍ່ໄປ ຈະເກັບໄວ້ໃນຕູ້ເຢັນ ຫຼໃນຫ້ອງອຸນຫະພູມປົກກະຕິກໍໄດ້.