spot_img
Homeຂ່າວການພັດທະນາວາງສີລະລຶກ ກໍ່ສ້າງສະໂມສອນໃຫຍ່ແຂວງຫົວພັນຫລັງໃໝ່ ການຊ່ວຍເຫລືອລ້າຈາກ ສສ ຫວຽດນາມ

ວາງສີລະລຶກ ກໍ່ສ້າງສະໂມສອນໃຫຍ່ແຂວງຫົວພັນຫລັງໃໝ່ ການຊ່ວຍເຫລືອລ້າຈາກ ສສ ຫວຽດນາມ

Published on

ຂປລ. ແຂວງຫົວພັນ ແລະ ແຂວງບັກນິງ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມກັນຈັດພິທີວາງສີລະລຶກ ເປີດໂຄງການກໍ່ສ້າງສະໂມສອນໃຫຍ່ຂອງແຂວງຫົວພັນຢ່າງເປັນທາງການ ​ໃນ​ວັນ​ທີ 15 ກໍລະກົດ 2017 ​ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ຫງ້ວຽນຫີວກວັດ ຜູ້ປະຈຳການແຂວງບັກນິງ ສສ ຫວຽດນາມ, ມີບັນດາການນຳຂັ້ນແຂວງ, ຫົວໜ້າ-ຮອງ ຫົວໜ້າພະແນກການອົງການທຽບເທົ່າ, ພະນັກງານວິຊາການ ລາວ-ຫວຽດນາມ ເຂົ້າຮ່ວມ, ທັງ​ນີ້ ກໍ​ເພື່ອສ້າງສິ່ງອຳນວຍ ໃຫ້ແກ່ການຈັດກອງປະຊຸມຂັ້ນຕ່າງໆ ຕາມຄວາມເໝາະສົມຢູ່ພາຍໃນແຂວງຫົວພັນ.

ໂຄງການດັ່ງກ່າວຈະໄດ້ກໍ່ສ້າງຢູ່ບ້ານທາດ ເມືອງຊຳເໜືອ ​ເຂດສະໂມສອນຫລັງເກົ່າ ​ເປັນອາຄານແບບຖາວອນທັນສະໄໝ ​ເຊິ່ງປະກອບມີຫ້ອງປະຊຸມໃຫຍ່ ສາມາດບັນຈຸໄດ້ 500-600 ຄົນ, ມີຫ້ອງຮັບແຂກ, ຫ້ອງຄວບຄຸມສຽງ, ຫ້ອງສອບຖາມຫ້ອງຄວບຄຸມລະບົບໄອທີ, ຫ້ອງຄວບຄຸມໄຟຟ້າ, ສາງເຄື່ອງ, ປະກອບມີລະບົບກັນແສງ, ລະບົບຕ້ານ ອັກຄີໄຟ, ລະບົບຫ້ອງນ້ຳ ແລະ ໂຕະຕັ່ງຄົບຊຸດ ໂດຍແມ່ນແຂວງບັກນິງ ສສ ຫວຽດນາມ ເປັນຜູ້ຊ່ວຍເຫລືອລ້າ ແລະ ມອບໃຫ້ ບໍລິສັດ ກໍ່ສ້າງລອງເວີນ ແລະ ບໍລິສັດ ກໍ່ສ້າງເຈືອງຊິງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ຄາດວ່າໂຄງການນີ້ ຈະກໍ່ສ້າງສຳເລັດພາຍໃນ 24 ເດືອນ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...