spot_img
Homeຂ່າວຕ່າງປະເທດວັກຊີນປ້ອງກັນໂຄວິດ-19 ມີຄວາມຫວັງ 80% ຄາດຈະສຳເລັດໃນເດືອນກັນຍານີ້

ວັກຊີນປ້ອງກັນໂຄວິດ-19 ມີຄວາມຫວັງ 80% ຄາດຈະສຳເລັດໃນເດືອນກັນຍານີ້

Published on

ເວັບໄຊ ເດລີເມລ ຂອງອັງກິດ ລາຍງານວ່າ ມີຄວາມຫວັງເພີ່ມຂຶ້ນສຳລັບວັກຊີນທີ່ຈະໃຊ້ຮັກສາຜູ້ປ່ວຍໂຄວິດ-19 ເນື່ອງຈາກສອງໂຄງການທັງໃນປະເທດອັງກິດ ແລະ ສະຫະລັດອາເມລິກາໄດ້ລາຍງານຜົນລັບທີ່ມີແນວໂນ້ມທີ່ດີໃນການທົດລອງເບື້ອງຕົ້ນ.​

ທີມຈາກມະຫາວິທະຍາໄລ ອັອກຟອດ ແລະ ບໍລິສັດ ຢາອາເມລິກາ ໂມເດີຣາ ໄດ້ເປີດເຜີຍວ່າ ຜູ້ທີ່ເຂົ້າຮ່ວມໃນໂຄງການ ກຳລັງສະແດງສັນຍານຂອງການສ້າງພູມຄຸ້ມກັນ. ທີມງານແຕ່ລະຄົນໄດ້ແຍກກັນ ທົດລອງມາຫຼາຍເດືອນເພື່ອພະຍາຍາມປົກປ້ອງຜູ້ຄົນນັບລ້ານຈາກການລະບາດຂອງໄວຣັດໂຄໂຣນາ ໃນອານາຄົດ.

ນັກວິທະຍາສາດຈາກມະຫາວິທະຍາໄລ ອັອກຟອດ ໄດ້ກ່າວວ່າ ພວກເຂົາມີຄວາມເຊື່ອໝັ້ນ 80% ວ່າຈະສາມາດສ້າງວັກຊີນໂຕນີ້ໄດ້ສຳເລັດໃນເດືອນກັນຍານີ້. ຄົນທີ່ໄດ້ຮັບວັກຊີນຈາກຫ້ອງທົດລອງໃນອັອກຟອດໄດ້ພັດທະນາພູມຄຸ້ມກັນ ແລະ ເຊວເມັດເລືອດຂາວ ທີ່ມີຊື່ວ່າ T cell ເຊິ່ງຈະຊ່ວຍໃຫ້ຮ່າງກາຍຂອງພວກເຂົາຕໍ່ສູ້ກັບໄວຣັດຫາກຕິດເຊື້ອ. ເຊິ່ງວັກຊີນຈະເຮັດວຽກໂດຍການຫຼອກໃຫ້ຄິດວ່າຕິດເຊື້ອ Covid-19 ແລະ ເຮັດໃຫ້ຜະລິດສານພູມຄຸ້ມກັນທີ່ມີຄວາມສາມາດໃນການທຳລາຍ.

ການທົດລອງໄລຍະທີ 3 ຂອງອັອກຟອດກ່ຽວກັບຜູ້ຄົນປະມານ 8,000 ຄົນ ໃນອັງກິດ ແລະ ຫຼາຍກວ່າ 6,000 ຄົນໃນບຣາຊິນ ແລະ ອາຟຣິກາໃຕ້. ວັກຊີນນີ້ຜະລິດໂດຍແອສຕຣ້າເຊເນກາ ເຊິ່ງຕັ້ງຢູ່ເມືອງເຄມບຣິດ ປະເທດອັງກິດ ແລະ ໄດ້ຮັບການສັ່ງຈ່າຍເປັນຈໍານວນຫຼາຍລ້ານໂດສແລ້ວ ດ້ວຍຄວາມຫວັງວ່າວັກຊີນໂຕນີ້ຈະສາມາດຕ້ານເຊື້ອໄດ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...