spot_img
Homeຂ່າວພາຍ​ໃນລໍຖ້າເປີດຕົວ"ເດປາຍ"ຜ່ານກວດຮ່າງກາຍແລ້ວ

ລໍຖ້າເປີດຕົວ”ເດປາຍ”ຜ່ານກວດຮ່າງກາຍແລ້ວ

Published on

ສະໂມສອນແມນເຊັສເຕີ ຢູໄນເຕັດ ອອກມາປະກາດຢືນຢັນ “ເມມຟິສ ເດປາຍ” ວ່ານັກເຕະຄົນໃໝ່ຜ່ານການກວດຮ່າງກາຍຮຽຮ້ອຍແລ້ວ

 

06085

ໃຫ້ຄວາມຈິງແລ້ວສຳລັບການເປັນສະມາຊິກໃໝ່ຂອງທີມຜີສາດແດງສຳລັບ ເມມຟິສ ເດປາຍ ປີກຕົວເກັ່ງຂອງທີມ ພີເອສວີ ໄອໂຮເຟນ ທີ່ຫຼ້າສຸດຜ່ານການກວດຮ່າງກາຍກັບຜີສາດແດງເປັນທີ່ຮຽບຮ້ອຍແລ້ວ

ໂດຍກ່ອນໜ້ານີ້ສະໂມສອນ ພີເອສວີ ໄດ້ອອກມາປະກາດການຂາຍ ເດປາຍ ໃຫ້ກັບທີມ ຜີສາດແດງ ເປັນທີ່ຮຽຮ້ອຍແລ້ວດ້ວຍຄ່າຕົວ 25 ລ້ານປອນເຫຼືອພຽງແຕ່ຂັ້ນຕອນການກວດຮ່າງກາຍແລະເຊັນສັນຍາກັບທີມຕໍ່ໄປເຮັດໃຫ້ຫຼ້າສຸດລາວເດີນທາງໄປອັງກິດແລ້ວຫຼັງຈາກອຳລາທີມພ້ອມພາທີມຕົ້ນສັງກັດຄວ້າແຊ້ມລີກຮອນແລນແລະຍັງໄດ້ຮັບລາງວັນດາວຊັນໂວສູງສຸດໃນປີນີ້ອີກດ້ວຍ

ແລະຕອນນີ້ລາວໄດ້ກວດຮ່າງກາຍກັບທີມຜີສາດແດງເປັນທີ່ຮຽບຮ້ອຍແລ້ວແລະຜົນກວດກໍ່ອອກມາຜ່ານສະບາຍບໍ່ມີບັນຫາໃດໆ ຈາກການຢືນຢັນຂອງເວບໄຊສະໂມສອນ ແມນເຊັສເຕີ ຍູໄນເຕັດ ແລະ ຈະມີເຊັນສັນຍາເປີດຕົວຢ່າງເປັນທາງການໄວໆນີ້

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...