spot_img
Homeຂ່າວພາຍ​ໃນລ້ານຊ້າງຄວ້າແຊ້ມບານເຕະ The Minister Cup 2015

ລ້ານຊ້າງຄວ້າແຊ້ມບານເຕະ The Minister Cup 2015

Published on

ການແຂ່ງຂັນຊິງຂັນທ່ານລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ The Minister Cup 2015 ຊິງເງິນລາງວັນລວມມູນຄ່າ150ລ້ານກີບ, ໄດ້ຈົບລົງຢ່າງດຸເດືອດຂອງສອງທີມດັງລະຫວ່າງ ທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ພົບກັບ ທີມກອງທັບ ເຊີ່ງຜົນແມ່ນ ລ້ານຊ້າງ ຖະຫຼົ່ມ ກອງທັບ ໄປໄດ້ເຖິງ 5-0 ປະຕູ ເຮັດໃຫ້ເປັນແຊ້ມການແຂ່ງຂັນບານເຕະ The Minister Cup 2015 ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາຄັ້ງທີ 1 ປະຈຳປີ 2015.

ທ່ານ ພັນທະຈິດ ອິນທິລາດ ປະທານຈັດການແຂ່ງຂັນ ກ່າວວ່າ: ສໍາລັບການແຂ່ງຂັນຄັ້ງນີ້ແມ່ນຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງພັກຄົບຮອບ 60 ພ້ອມທັງເຮັດໃຫ້ການເຄື່ອນໄຫວໃນວົງການບານເຕະຂອງລາວມີການພັດທະນາຂຶ້ນເລື້ອຍໆ, ຜ່ານການແຂ່ງຂັນປາກົດວ່າອັນດັບທີ 1 ໄດ້ແກ່ສະໂມສອນລ້ານຊ້າງ ຢູໄນເຕັດ ໄດ້ຂັນແຊ້ມພ້ອມເງິນສົດ 80 ລ້ານກີບ, ອັບດັບທີ 2 ໄດ້ແກ່ ສະໂມສອນ ກອງທັບ ໄດ້ຮັບເງິນ 40 ລ້ານກີບ, ອັນດັບທີ 3 ໄດ້ແກ່ SCI TWENTY SIXFC ໄດ້ຮັບເງິນສົດ 20 ລ້ານກີບ ແລະ ອັນດັບທີ 4 ໄດ້ແກ່ JDB FC ໄດ້ຮັບເງິນສົດ 10 ລ້ານກີບ.

ພິທີປິດ-ມອບລາງວັນໃຫ້ຜູ້ຊະນະເລີດມີຂຶ້ນວັນທີ 30 ພະຈິກ2015 ທີ່ຜ່ານມາ ຢູ່ທີ່ສະໜາມກິລາລ້ານຊ້າງ ຢູໄນເຕັດ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ບົວລານ ສິລິປັນຍາ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ປະສາດໄສ ພິລະພັນເດດ ຮັກສາການປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ ແລະ ແຟນບານເຂົ້າຮ່ວມຢ່າງພ້ອມພຽງ.

12289667_845281985587396_3549461492253423718_n

12108003_845281508920777_3816812311043232985_n

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...