spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດເມວຽງຈັນ-ຄຸນໝິງ ຕົກເຫວຢູ່ເຂດເມືອງນານ ມີຜູ້ເສຍຊີວິດ 4 ຄົນ

ລົດເມວຽງຈັນ-ຄຸນໝິງ ຕົກເຫວຢູ່ເຂດເມືອງນານ ມີຜູ້ເສຍຊີວິດ 4 ຄົນ

Published on

ເຈົ້າໜ້າທີ່ ຈະລາຈອນ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເວລາປະມານ 19:30 ໂມງຂອງວັນທີ 23 ຕຸລາຜ່ານມານີ້, ລົດໂດຍສານ ວຽງຈັນ-ຄຸນໝິງ ທີ່ບັນຈຸຜູ້ໂດຍສານ 10 ຄົນ, ພໍມາຮອດເສັ້ນ ທາງຕັດໃໝ່ເມືອງກາສີ ແຂວງວຽງຈັນ ອອກໄປຫາເມືອງນານ ແຂວງຫລວງພະບາງ ໃນບໍລິເວນເຂດຜາແອນ, ບ້ານນາເມືອງ, ເມືອງນານ, ຊຶ່ງ ເປັນເຂດທາງຄ້ອຍຊັນ ແລະ ຄົດໂຄ້ງ ຈຶ່ງເຮັດໃຫ້ລົດດັ່ງກ່າວທີ່ແລ່ນມາດ້ວຍຄວາມໄວສົມຄວນ ເສຍຫລັກ ຕົກລົງເຫວເລິກຂ້າງທາງ, ສົ່ງຜົນໃຫ້ຜູ້ໂດຍສານ 4 ຄົນເສຍຊີວິດ, ໃນນັ້ນເປັນຍິງ 2  ແລະ ຊາຍ 2 ຄົນແມ່ນສັນຊາດຈີນຄື: ນາງ ຕາດຳ ມະນີ, ອາຍຸ 20 ປີ, ຢູ່ບ້ານຖ້ຳ ແລະ ນາງແອນຕີ່ ໄຊຍະວົງ ສີຫາລາດ, ອາຍຸ 21 ປີ, ຢູ່ບ້ານໂພນຄຳ, ທັງສອງບ້ານຂຶ້ນກັບເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ສ່ວນທ້າວ ຊ່າງຈ່າວ, ອາຍຸ 26 ປີ ແລະ ທ້າວ ລີວມານເລິນ, ອາຍຸ 53 ປີ, ທັງສອງຢູ່ແຂວງເຮີເປີຍ ປະເທດຈີນ.
ເຈົ້າໜ້າທີ່ເຕືອນວ່າ: ເສັ້ນທາງດັ່ງກ່າວແມ່ນເສັ້ນທາງຕັດໃໝ່ ແລະ ມັກມີອຸປະຕິເຫດເກີດຂຶ້ນເລື້ອຍໆ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ຂັບຂີ່ທີ່ຜ່ານເສັ້ນທາງດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ແລະ ກ່ອນອອກເດີນທາງທຸກຄັ້ງ ຕ້ອງກວດກາຄວາມພ້ອມດ້ານເຕັກນິກຂອງລົດໃຫ້ດີ ເພື່ອຫລີກລ້ຽງການເກີດອຸປະຕິເຫດທີ່ບໍ່ເພີ່ງປາຖະໜາດັ່ງກ່າວ.
ປັດຈຸບັນ ຜູ້ທີ່ເສຍຊີວິດທັງໝົດແມ່ນຍັງຢູ່ໂຮງໝໍແຂວງຫລວງພະບາງ ບໍ່ທັນມີຍາດພີ່ນ້ອງໄປຮັບເອົາສົບແຕ່ຢ່າງໃດ, ດັ່ງນັ້ນ ຈຶ່ງແຈ້ງໃຫ້ຍາດພີ່ນ້ອງ ຫລື ຜູ້ທີ່ຮູ້ຈັກແມ່ນໃຫ້ ຮີບຮ້ອນຕິດຕໍ່ຫາເຈົ້າໜ້າທີ່ແຂວງຄື: 020 23883088 ເພື່ອຄົ້ນຄວ້າເອົາສົບຂອງຜູ້ຕາຍ ໄປເຮັດພິທີທາງສາສະໜາ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...