spot_img
Homeຂ່າວອຸບັດຕິເຫດລົດບັນທຸກ 6 ລໍ້ ແລະ ລົດຈັກຕຳກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່

ລົດບັນທຸກ 6 ລໍ້ ແລະ ລົດຈັກຕຳກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່

Published on

ເວລາປະມານ 11:40 ນາທີ ຂອງວັນທີ 20 ມິຖຸນາຜ່ານມາ, ໄດ້ເກີດອຸບັດຕິເຫດລົດ 6 ລໍ້ ຢຽບຜູ້ຂັບຂີ່ລົດຈັກ ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ພັຕ ວຽງສະຫວັນ ກິດຕິສັກ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ໃຫ້ວ່າ: ກ່ອນເກີດເຫດ ລົດບັນທຸກ 6 ລໍ້, ປ້າຍທະບຽນ ນຄ 2407 ກໍາແພງນະຄອນ, ຂັບຂີ່ໂດຍທ້າວ ຄໍາຫຼ້າ, ອາຍຸ 29 ປີ, ອາຊີບຂັບລົດ, ຢູ່ບ້ານສີພູໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ຂັບຂີ່ລົດບັນທຸກມາຕາມເສັ້ນທາງ ເລກທີ 13 ເໜືອ ພໍຂັບຂີ່ມາຮອດ ເຂດບ້ານສີເກີດ ເມືອງນາຊາຍທອງ ຜູ້ກ່ຽວໄດ້ລ້ຽວລົດ ທາງກໍາຂວາມືຂອງຕົນເອງ ຈະເຂົ້າອູ່ສ້ອມແປງລົດ ເພື່ອເຊັກສະພາບເຕັກນິກລົດ, ໃນຂະນະນັ້ນ ໄດ້ມີລົດຈັກ ຮອນດ້າ ເວບ ປ້າຍທະບຽນ ດຫ 5259 ກໍາແພງນະຄອນ ຂັບຂີ່ມາທິດທາງດຽວກັນ, ຜູ້ຂັບຂີ່ຊື່ທ້າວ ຕີນ້ອຍ, ອາຍຸ 22 ປີ, ຜູ້ຊ້ອນທ້າຍ ຊື່ທ້າວ ວຽງສະຫວັນ ອາຍຸ 17 ປີ, ທັງສອງ ອາຊີບນັກຮຽນ ປະຈຸບັນ ຢູ່ບ້ານສີເກີດ ເມືອງນາຊາຍທອງ ເຮັດໃຫ້ລົດທັງສອງຕຳກັນ, ຕີນລົດບັນທຸກດ້ານໜ້າເບື້ອງຂວາ ໄດ້ຢຽບເອົາລົດຈັກ ແລະ ຢຽບເອົາບໍລິເວນຫົວ ຂອງ ທ້າວ ຕີນ້ອຍ ຜູ້ຂັບຂີລົດຈັກ ເຮັດໃຫ້ເສຍຊີວິດຄາທີ, ສ່ວນ ທ້າວ ວຽງສະຫວັນ ຜູ້ຊ້ອນທ້າຍລົດຈັກ ໄດ້ຟົ້ງອອກຈາກລົດຈັກ ເຮັດໃຫ້ໄດ້ຮັບບາດເຈັບເລັກໜ້ອຍ.

ສາດເຫດຂອງອຸບັດຕິເຫດຄັ້ງນີ້ ທາງເຈົ້າໜ້າທີ່ ກໍາລັງເກັບກໍາຂໍ້ມູນຫຼັກຖານຈາກປະຊາຊົນ ຜູ້ທີ່ເຫັນເຫດການ ແລະ ຈາກກ້ອງວົງຈອນປິດຕາມເສັ້ນທາງ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ສ່ວນຜູຂັບຂີ່ລົດບັນທຸກ ແລະ ຍານພາຫະນະ ເຈົ້າໜ້າທີ່ໄດ້ກັກຕົວໄວ້ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ.
ຂ່າວ: ຈັນສະໝອນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...