spot_img
Homeຂ່າວພາຍ​ໃນລົດບັນທຸກ 18 ລໍ້ ຕຳລົດວີໂກ້ກາງຂົວປາກເຊ-ໂພນທອງ ແຂວງຈຳປາສັກແລ້ວຕົກລົງນ້ຳຂອງມີຜູ້ເສຍຊີວິດ 2 ຄົນ

ລົດບັນທຸກ 18 ລໍ້ ຕຳລົດວີໂກ້ກາງຂົວປາກເຊ-ໂພນທອງ ແຂວງຈຳປາສັກແລ້ວຕົກລົງນ້ຳຂອງມີຜູ້ເສຍຊີວິດ 2 ຄົນ

Published on

accident at pakse

 

       ລົດບັນທຸກຂະໜາດ 18 ລໍ້ ທີ່ຂົນສົ່ງເຫຼັກຫຼາຍສິບໂຕນຈາກປະເທດໄທເກີດ ອຸປະຕິເຫດຕຳ ກັບລົດວີໂກ້ສີປອນຢູ່ກາງ ຂົວຂ້າມນ້ຳຂອງປາກເຊ-ໂພນທອງ ແຂວງຈຳປາສັກ ເຮັດໃຫ້ລົດບັນທຸກຕົກລົງນ້ຳຂອງ ແລະ ມີຜູ້ເສຍຊີວິດ 2 ຄົນ.
         ເຈົ້າໜ້າທີ່ຈະລາຈອນ ແຂວງຈຳປາສັກ ໃຫ້ຮູ້ວ່າ: ອຸປະຕິເຫດດັ່ງກ່າວ ເກີດຂຶ້ນໃນຕອນເຊົ້າມືດວັນທີ 29 ເມສານີ້, ເຊິ່ງ ລົດບັນທຸກ 18 ລໍ້ໝາຍເລກທະ ບຽນ 76-3688 ກຸງເທບ (ປະ ເທດໄທ) ທີ່ບັນທຸກເຫຼັກເສັ້ນເພື່ອ ຈະໄປສົ່ງໃຫ້ໂຄງການສ້າງ ເຂື່ອນຫ້ວຍລຳພັນ ແຂວງເຊ ກອງພໍມາຮອດກາງຂົວປາກເຊ-ໂພນທອງ ແຂວງຈຳປາສັກ ກໍໄດ້ຕຳເອົາລົດວີໂກ້ໝາຍເລກທະ ບຽນ ກຂ 0117 ແຂວງຈຳປາ ສັກ ທີ່ຂີ່ສວນມາຢ່າງຮຸນແຮງເຮັດໃຫ້ລົດບັນທຸກເສຍຫຼັກ ແລະ ພິກຕົກລົງນ້ຳຂອງສົ່ງຜົນເຮັດ ໃຫ້ຜູ້ຊາຍອາຍຸປະມານ 30 ປີ

2 ຄົນ (ເປັນຄົນໄທ) ທີ່ນັ່ງໃນລົດນັ້ນເສຍຊີວິດ, ສ່ວນຄົນຂັບລົດບັນທຸກຊື່ ທ້າວ ບຸນໂຮມ ສັນຊາດໄທໄດ້ຮັບບາດເຈັບສາຫັດ ແລະ ສາເຫດຂອງການເກີດອຸປະຕິເຫດທາງເຈົ້າໜ້າທີ່ຍັງສືບສວນ-ສອບສວນ.

          ເຈົ້າໜ້າທີ່ກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ: ໃນອາທິດຜ່ານມາທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 73 ກໍລະນີ ສົ່ງ ຜົນໃຫ້ມີຜູ້ເສຍຊີວິດ 8 ຄົນ, ສະເພາະແຂວງຈຳປາສັກ ມີອຸປະຕິເຫດເກີດຂຶ້ນ 9 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ, ສາເຫດສ່ວນໃຫຍ່ແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບລົດໄວ ແລະ ລະເມີດກົດລະບຽບຈະລາຈອນ.
ທີ່ມາ http://laophatthananews.blogspot.com/2014/04/18-2.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...