ລົດບັນທຸກເບຼກແຕກ ໄຫລລົງເຫວທາງເລກທີ 11 ມີຜູ້ບາດເຈັບ 3 ຄົນ!

xanakham accident

 

ເຈົ້າໜ້າທີ່ຈະລາຈອນເມືອງຊະນະຄາມ ແຂວງວຽງຈັນ ໃຫ້ຮູ້ວ່າ: ເວລາປະ ມານ 14:00 ໂມງ ຂອງວັນທີ 27

ຕຸລາຜ່ານມານີ້, ໄດ້ເກີດອຸປະຕິເຫດລົດບັນທຸກ 6 ລໍ້ໝາຍເລກທະບຽນ ບຂ 0732 ກຳແພງນະຄອນ ຂັບ

ໂດຍທ້າວ ວົງ ອາຍຸ 32 ປີ ແລະ ມີໝູ່ນັ່ງມານຳສອງຄົນ, ເຊິ່ງໄດ້ບັນທຸກເຫລັກມາແຕ່ນະຄອນຫລວງວຽງ

ຈັນ ເພື່ອມຸ້ງໜ້າໄປເມືອງປາກລາຍ ແຂວງໄຊຍະບູລີ, ພໍຮອດຈຸດເກີດເຫດໃນເສັ້ນທາງເລກ 11 ບ້ານໂຄກ

ເຂົ້າດໍ ເມືອງຊະນະຄາມ ເຊິ່ງເປັນເສັ້ນທາງຄ້ອຍສູງຊັນຍາວ ຜູ້ຂັບລົດຈຶ່ງໄດ້ຄ່ອຍໆໃຫ້ລົດໄຫລລົງຄ້ອຍຊ້າໆ,

ແຕ່ລົດບັນທຸກໜັກຈຶ່ງເຮັດໃຫ້ເບລກແຕກ ແລະ ເສຍການຄວບຄຸມ ຈຶ່ງໄຫລຕົກລົງເຫວເລິກປະມານ 40

ແມັດ, ຫລັງຈາກນັ້ນມີຜູ້ບາດເຈັບ 2 ຄົນໄດ້ປີນຂຶ້ນພູ ເພື່ອມາຂໍຄວາມຊ່ວຍເຫລືອນຳປະຊາຊົນຜູ້ທ່ຽວທາງ

ແລະ ແຈ້ງຕໍ່ເຈົ້າໜ້າທີ່ເພື່ອມາຊ່ວຍເຫລືອຜູ້ບາດເຈັບອີກຄົນໜຶ່ງທີ່ຕິດຢູ່ໃນລົດ, ເຊິ່ງແມ່ນໜ່ວຍກູ້ ໄພ

ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງປະເທດລາວໄປຊ່ວຍເຫລືອ ແລະ ຈົນຮອດເວລາ 3 ໂມງຂອງມື້ຕໍ່ມາ

ຈຶ່ງສາມາດນຳຜູ້ບາດເຈັບທີ່ຕິດໃນລົດຂຶ້ນມາໄດ້ ແລະ ນຳສົ່ງໂຮງໝໍຢ່າງຮີບດ່ວນ.

 

ເຈົ້າໜ້າທີ່ບອກວ່າ: ອຸປະຕິເຫດຄັ້ງນີ້ ອາດເກີດຈາກການບັນທຸກໜັກເກີນຄວາມສາມາດຂອງລົດຮັບໄດ້

ບວກກັບສະພາບຂອງລົດບໍ່ຮັບປະກັນດ້ານເຕັກນິກ ຈຶ່ງເຮັດໃຫ້ລະບົບເບຼກລົດແຕກ.

 

ແຫລ່ງຂ່າວ: ລາວພັດທະນາ