spot_img
Homeຂ່າວພາຍ​ໃນລົດບັນທຸກຕຳກັບລົດເມ ເຈັບ 20 ຕາຍ 1 ທີ່ບໍລິຄຳໄຊ

ລົດບັນທຸກຕຳກັບລົດເມ ເຈັບ 20 ຕາຍ 1 ທີ່ບໍລິຄຳໄຊ

Published on

ວັນທີ 30 ກໍລະກົດ 2016 ເວລາປະມານ 14:20 ນາທີ ໄດ້ເກີດອຸບັດຕິເຫດໜັກລົດບັນທຸກໜັກຕຳລົດເມເຈັບຫຼາຍກວ່າ20ຄົນເສຍຊີວິດໜຶ່ງຄົນ

ເກີດອຸບັດຕິເຫດຢູ່ເສັ້ນທາງເລກທີ່ 13 ໃຕ້ ຄ້ອຍປາກກະດິງ ເມືອງປາກກະດິງ ແຂວງບໍລິຄຳໄຊ ເປັນອຸບັດຕິເຫດລະຫວ່າງລົບັນທຸກໜັກ ແລະ ລົດເມ

ລາຍງານຈາກ ໜ່ວຍກູ້ໄພ ປາກກະດິງ ເຈົ້າໂຕ່ງ ວ່າອຸບັດຕິເຫດຄັ້ງນີ້ຮຸນແຮງຫຼາຍ ມີຄົນເຈັບເລັກນ້ອຍຫາສາຫັດປະມານ 20 ກວ່າຄົນ ແລະ ມີຜູ້ເສຍຊີວິດໃນທີ່ເກີດເຫດ 1 ຄົນ 

ຊຶ່ງທາງໜ່ວຍກູ້ໄພເຈົ້າໂຕ່ງ ກໍ່ໄດ້ຊ່ວຍເຫຼືອ ແລະ ນຳຜູ້ປະສົບເຫດນຳສົ່ງໂຮງໝໍ ແລະ ໄດ້ມີພົນລະເມືອງດີທີ່ຜ່ານທາງບໍລິເວນນັ້ນກໍ່ໄດ້ ອາສາ ນຳສົ່ງຜູ້ປະສົບເຫດນຳອີກຊຶ່ງເປັນນໍ້າໃຈຂອງຄົນລາວໂດຍແທ້ທີ່ໄດ້ຊ່ວຍກັນຍາມເດືອດຮ້ອນແບບນີ້.

ສາເຫດຍັງຢູ່ໃນການສອບສວນຈາກເຈົ້າໜ້າທີທີ່ກ່ຽວຂ້ອງ

ຮູບແລະຂ່າວຈາກ: ນາທີຊີວິດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...