spot_img
Homeຂ່າວພາຍ​ໃນລົງນາມນຳໃຊ້ແນວພັນສາລີໃໝ່ຂອງລາວ

ລົງນາມນຳໃຊ້ແນວພັນສາລີໃໝ່ຂອງລາວ

Published on

 

ເມື່ອທ້າຍອາທິດຜ່ານມານີ້ ໄດ້ມີພິທີລົງນາມສັນຍາຮ່ວມມື ນຳໃຊ້ແນວພັນສາລີລູກປະສົມ ລາວ LVN 10-NAFRI

ລະຫວ່າງທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ທ່ານ ນາງ

ແຂວະລີ ວົງສຸທິ ປະທານບໍລິສັດ ແຂວະລີ ການກະເສດຄົບວົງຈອນ ຂາອອກ- ຂາເຂົ້າຈຳກັດຜູ້ດຽວ, ເຊິ່ງເນື້ອໃນ

ສັນຍາລະບຸວ່າ: ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ແຫ່ງຊາດ ຈະຜະລິດແນວພັນດັ່ງກ່າວສະໜອງໃຫ້ບໍລິສັດແຂວະ

ລີແຕ່ພຽງຜູ້ດຽວຈຳນວນ 400 ໂຕນຕໍ່ປີ ໃນກຳນົດເວລາ 5 ປີ ໂດຍບໍລິສັດຈະເອົາໄປສະໜອງໃຫ້ປະຊາຊົນທີ່ມີ

ຄວາມສົນໃຈນຳໄປປູກໃນເນື້ອທີ່ການຜະລິດຂອງຕົນ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ແລະ ບໍລິສັດຈະເປັນຜູ້ເກັບຊື້

ຜົນຜະລິດຄືນ ດ້ວຍເງິນສົດໃນລາຄາຄ້ຳປະກັນ 1.100-1.200 ກີບຕໍ່ກິໂລຟັກ. ນອກຈາກນີ້, ສະຖາບັນຄົ້ນຄວ້າກະ

ສິກຳ – ປ່າໄມ້ແຫ່ງຊາດ ຈະສົ່ງພະນັກງານວິຊາການ ລົງໃຫ້ຄຳແນະນຳກະສິກອນກ່ຽວກັບເຕັກນິກການປູກ ແລະ

ການບົວລະບັດຮັກສາ ເພື່ອໃຫ້ການປູກສາລີພັນດັ່ງກ່າວ ມີຜົນຕອບຮັບດ້ານສະມັດຖະພາບສູງ.

 

ທ່ານຫົວໜ້າສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ກ່າວວ່າ: ສາລີແນວພັນນີ້ແມ່ນຕົ້ນທຶນການຜະລິດຕ່ຳ, ຂັ້ນຕອນ

ການປູກງ່າຍ ປູກໄດ້ສອງລະດູ ແລະ ແກ່ນແນວພັນ 1 ກິໂລ ສາມາດໃຫ້ຜົນຜະລິດສູງເຖິງ 400 – 500 ກິໂລຟັກ

ແລະ ເປັນທີ່ຕ້ອງການຂອງຕະຫລາດ ທັງພາຍໃນ ແລະ ຕ່າງປະເທດ.

 

ທ່ານນາງ ແຂວະລີ ກ່າວວ່າ: ຫາກກະສິກອນໃນທົ່ວປະເທດ ມີຄວາມສົນໃຈຢາກສ້າງລາຍຮັບດ້ວຍການຫັນມາ

ປູກສາລີແນວພັນດັ່ງກ່າວ ສາມາດເຂົ້າມາຕິດຕໍ່ພົວພັນກັບບໍລິສັດໂດຍກົງ, ໂດຍຈະມີພະນັກງານວິຊາການຄອຍ

ຖ້າໃຫ້ຂໍ້ມູນ ແລະ ແນະນຳວິທີການປູກ ແລະ ສາມາດເຮັດສັນຍາຊື້-ຂາຍກັບບໍລິສັດໄດ້ທັນທີ, ເຊິ່ງປັດຈຸບັນມີໂຮງ

ງານຕັ້ງຢູ່ບ້ານໂຄກເພີງ ເມືອງສັງທອງ ແລະ ບ້ານໂພນຄໍ້ ເມືອງໄຊທານີ ນະຄອນຫລວງວຽງຈັນ.

 

ແຫຼ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...