ລາວ ແລະ ຣາຊະອານາຈັກກຳປູເຈຍ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ

(ຂປລ) ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ. ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມຣາຊະອານາຈັກກຳປູເຈຍ ແຕ່ວັນທີ 27-28 ມີຖຸນາ 2016 ນີ້ ແລະ ພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢູ່ຫໍສັນຕິພາບນະຄອນຫຼວງ ພະນົມເປັນ ໂດຍ ການຕ້ອນຮັບຢ່າງ ອົບອຸ່ນຂອງ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດ ຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ເຊິ່ງພິທີຕ້ອນຮັບໄດ້ ເຄົາລົບທຸງຊາດລາວ ແລະ ທຸງຊາດ ຣາຊະອານາຈັກກຳປູເຈຍ ຕາມລຳດັບ.

ການພົບປະສອງຝ່າຍ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກ ລັດຖະມົນຕີ ແຫ່ງຣາຊະອາ ນາຈັກກຳປູເຈຍ ໄດ້ສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບ ການເລືອກຕັ້ງໃຫ້ເປັນນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງສະແດງ ໃຫ້ເຫັນເຖິງຄວາມ ເຊື່ອໝັ້ນຂອງການນຳພັກ- ລັດ ກໍຄືປະຊາຊົນລາວບັນດາເຜົ່າ. ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ ສະແດງຄວາມຂອບໃຈຕໍ່ລັດ ຖະບານ ແລະ ປະຊາຊົນກຳປູ ເຈຍ ທີ່ໄດ້ຕ້ອນຮັບອັນອົບອຸ່ນ ໃນການຢ້ຽມຢາມທາງການຄັ້ງ ທຳອິດຢູ່ຣາຊະອານາຈັກ ກຳປູ ເຈຍ ນັບແຕ່ໄດ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ການຢ້ຽມຢາມຣາຊະອາ ນາຈັກ ກຳປູເຈຍ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຄັ້ງນີ້ ກໍ ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມາແຕ່ດົນນານລະ ຫວ່າງສອງປະເທດ ສປປ ລາວ ແລະ ຣາຊະອານາຈັກກຳປູ ເຈຍ ໃຫ້ນັບມື້ນັບແໜ້ນແຟ້ນ ຂຶ້ນເລື້ອຍໆ. ເຫັນວ່າການ ພົວພັນຮ່ວມມືສອງຝ່າຍມີ ການຂະຫຍາຍຕົວເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງເຫັນໄດ້ການ ໄປມາຫາສູ່ກັນມີການແລກປ່ຽນການຢ້ຽມຢາມໃນລະດັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຂະແໜງການອື່ນໆຕະຫຼອດເຖິງທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ. ເພີ່ມທະວີການຮ່ວມມືການ ຈັດຕັ້ງ ປະຕິບັດ ບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆທີ່ສອງຝ່າຍໄດ້ຕົກລົງກັນໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທຳ, ສືບຕໍ່ເພີ່ມທະວີການຮ່ວມມືກັນໃນການຮັກສາຄວາມສະຫງົບ, ສະກັດກັ້ນການເຄື່ອນໄຫວ ຂອງຄົນບໍ່ດີ, ການລັກລອບຂົນສົ່ງ-ຄ້າຂາຍຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ ເພື່ອຮັກສາສັນຕິພາບ, ສະຖຽນ ລະພາບລຽບຕາມເສັ້ນຊາຍ ແດນສອງປະເທດ. ສອງຝ່າຍ ເຫັນດີທີ່ຈະເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ຢ່າງເປັນທາງການໃນທ້າຍປີນີ້.

ສອງຝ່າຍເຫັນດີສ້າງຕັ້ງ ສະຖານກົງສຸນໃຫຍ່ຂອງສອງ ປະເທດຢູ່ປະເທດຂອງກັນ ແລະ ກັນ ຊຶ່ງຝ່າຍລາວຕັ້ງກົງ ສຸນໃຫຍ່ຢູ່ແຂວງຊຽງແຕງຂອງ ກຳປູເຈຍ ແລະ ຈະເປີດພິທີຢ່າງເປັນທາງການໃນວັນທີ 30 ມີຖຸນາ 2016 ນີ້ ແລະ ຝ່າຍກຳປະເຈຍຕັ້ງຢູ່ແຂວງຈຳປາສັກ ຂອງລາວ ແລະ ຈະເປີດ ພິທີໃນວັນທີ 1 ກໍລະກົດ 2016 ນີ້, ສອງຝ່າຍຈະພະຍາຍາມ ສ້າງພື້ນຖານໂຄງລ່າງເພື່ອເຊື່ອມຈອດລະຫວ່າງສອງປະເທດເຊັ່ນ: ໂຄງການກໍ່ສ້າງເສັ້ນທາງ ແລະ ຂົວເຊລຳເພົາທີ່ມີ ຄວາມຍາວ 145 ແມັດ ແລະ ເສັ້ນທາງເຊື່ອມຈອດແຕ່ເມືອງ ມຸນລະປະໂມກຫາຂົວເຊລຳ ເພົາຍາວ 78 ກິໂລແມັດ, ທັງສອງຝ່າຍຈະຊຸກຍູ້ໃຫ້ມີການລົງທຶນ, ການຄ້າຮ່ວມກັນຫຼາຍຂຶ້ນໂດຍສະເພາະໃຫ້ເຂົ້າໄປ ລົງທຶນຢູ່ໃນປະເທດຂອງກັນ ແລະ ກັນ, ການຄ້າລະຫວ່າງ ແຂວງທີ່ມີຊາຍແດນຕິດຈອດ ກັນ, ໃນປີ 2015 ການຄ້າສອງ ຝ່າຍສາມາດບັນລຸ 24,5 ລ້ານ ໂດລາສະຫະລັດ ສ່ວນໃຫຍ່ ແມ່ນອຸດສາຫະກຳບໍ່ແຮ່, ການ ຂາຍຍົກ-ຂາຍຍ່ອຍ, ການ ເຄື່ອນໄຫວດ້ານການເງິນ ແລະ ປະກັນໄພ ແລະ ດ້ານການສຶກສາສອງຝ່າຍເຫັນດີເປັນເອກະພາບ ເພີ່ມທຶນແລກປ່ຽນການສຶກສາປະລິນຍາຕີລະຫວ່າງສອງລັດຖະບານເປັນ 15 ທຶນ ຕໍ່ປີ ແລະ ເພີ່ມເບ້ຍລ້ຽງໃຫ້ແກ່ ນັກສຶກສາຂອງສອງປະເທດ ເພື່ອແທດ ເໝາະກັບຄ່າຄອງ ຊີບຂອງແຕ່ລະປະເທດ.

ນອກນີ້, ສອງຝ່າຍຍັງເຫັນດີໃຫ້ການ ຮ່ວມມືຢ່າງໃກ້ຊິດ ແລະ ສະ ໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນເຊັ່ນ: CLV, CLMV, ACMEC, AESAN, UN, GMS ແລະ ອື່ນໆ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະຜູ້ແທນໄດ້ເຂົ້າຢ້ຽມຂ່ຳ ນັບພະຫະຫາກະສັດ ໂນໂຣດົນ ສີຫາໂມນີ ເຈົ້າຊີວິດ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນ ຕອນເຊົ້າວັນທີ 28 ມີຖຸນາ 2016 ທີ່ພຣະລາດຊະວັງ ນະ ຄອນຫຼວງພະນົມເປັນ ຣາຊະ ອານາຈັກກຳປູເຈຍ. ໃນໂອກາດນີ້ ພະມະຫາ ກະສັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ແຫ່ງຣາຊະອານາ ຈັກກຳປູເຈຍ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະຢ້ຽມຢາມ ຣາຊະອານາ ຈັກກຳປູເຈຍ ເຊິ່ງເປັນການ ຢ້ຽມຢາມທີ່ມີຄວາມໝາຍສຳ ຄັນໃນການເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບທີ່ມີມາແຕ່ດົນ ນານລະຫວ່າງສອງປະເທດໃຫ້ ແໜ້ນແຟ້ນຂຶ້ນ.

ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຢ່າງສູງຕໍ່ການຕ້ອນຮັບອັນອົບ ອຸ່ນຂອງພະມະຫາກະສັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ແຫ່ງ ຣາຊະອານາຈັກກຳປູ ເຈຍ ໃນໂອກາດເຂົ້າຢ້ຽມຢາມ ຂ່ຳນັບຄັ້ງນີ້ ພ້ອມທັງໄດ້ແຈ້ງ ຜົນການພົບປະກັບສົມເດັດ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ຊາບ ສອງຝ່າຍໄດ້ຕີລາການ ພົວພັນ ແລະ ການຮ່ວມມືສອງ ຝ່າຍ ມີ ການຂະຫຍາຍຕົວ ເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ນຳ ເອົາຄວາມຢື້ຢາມຖາມຂ່າວ ຂອງທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສປປ ລາວ ເຖິງ ພະມະຫາກະສັດ ໂນໂຣ ດົມ ສີຫາໂມນີ ເຈົ້າຊີວິດແຫ່ງ ຣາຊະອານາຈັກກຳປູເຈຍ ໃນ ໂອກາດນີ້ດ້ວຍ. ການຢ້ຽມຢາມຣາຊະອາ ນາຈັກກຳປູເຈຍ ຂອງທ່ານນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ຍັງໄດ້ພົບປະກັບສົມເດັດ ເຮັງຊຳຣິນ ປະທານສະພາ ແຫ່ງຊາດ ທີ່ສະພາແຫ່ງຊາດ, ພົບປະກັບສົມເດັດຊາຍຊຸມ ປະທານສະພາສູງ ຣາຊະອາ ນາຈັກກຳປູເຈຍ ຕື່ມອີກຕອນ ບ່າຍຂອງວັນທີ 28 ມີຖຸນາ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະເດີນທາງເຖິງນະຄອນ ຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ.

(ຂ່າວ+ພາບ: ສົມບູນ)