spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສະຫາຍ ບຸນທອງ ຈິດມະນີ ໂອ້ລົມຕໍ່ກອງປະຊຸມວຽກງານກວດກາ ຂອງກະຊວງສາທາລະນະສຸກ

ສະຫາຍ ບຸນທອງ ຈິດມະນີ ໂອ້ລົມຕໍ່ກອງປະຊຸມວຽກງານກວດກາ ຂອງກະຊວງສາທາລະນະສຸກ

Published on

ສະຫາຍ ບຸນທອງ ຈິດມະນີ ຮອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ປະທານ ຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ຖະບານ ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນກາງ ໂອ້ລົມຕໍ່ພິທີປິດກອງປະຊຸມວຽກງານກວດກາປະຈຳປີ 2015 ຂອງກະຊວງສາທາລະນະສຸກ ຊຶ່ງໄດ້ຈັດຂຶ້ນໃນວັນທີ 28 ມີຖຸນາ 2016 ທີ່ ສະໂມ ສອນກະຊວງສາທາລະ ນະສຸກ ໂດຍການເປັນປະທານ ຮ່ວມຂອງ ສະຫາຍ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ, ສະຫາຍ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ – ອົງການກວດກາລັດຖະ ບານ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ຄຳພອນ ພຸດທະ ວົງ ໄດ້ຜ່ານບົດສະຫຼຸຸບຕີລາຄາ ການເຄື່ອນໄຫວວຽກງານກວດ ກາກະຊວງສາທາລະນະສຸກ ແລະ ທິດທາງແຜນການປະຈຳ ປີ 2016 ແລະ ເຜີຍແຜ່ບົດ ໂອ້ລົມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ປະຊາຊົນ ປະຕິວັດລາວ ຕໍ່ກອງປະຊຸມວຽກງານກວດ ກາທົ່ວປະເທດປະຈຳປີ 2015, ບົດແນະນຳເລກທີ 307/ອກລ ລົງວັນທີ 30/9/2015 ວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນຳໃຊ້ເອກະສານແຈ້ງຊັບສິນ, ບົດບັນທຶກການປະສານລະ ຫວ່າງອົງການກວດກາລັດຖະ ບານ ແລະ ອົງການກວດສອບ ແຫ່ງລັດ, ໂອກາດດັ່ງກ່າວເປັນ ກຽດປາຖະກະຖາມູນເຊື້ອວັນ ສ້າງຕັ້ງອົງການກວດກາລັດ ຖະບານ ຄົບຮອບ 34 ປີ (16/2/1982 – 16/2/2016) ໂດຍ ສະຫາຍ ສີໃນ ມຽງລາ ວັນ ແລະ ບັນດາບົດແນະນຳ ຂອງອົງການກວດກາລັດຖະ ບານຈຳນວນໜຶ່ງ. ຕອນທ້າຍກອງປະຊຸມ ສະຫາຍ ບຸນທອງ ຈິດມະນີ ເປັນກຽດໂອ້ລົມຕໍ່ກອງປະຊຸມຊຶ່ງສະຫາຍໄດ້ສະແດງຄວາມເຫັນດີເປັນເອກະພາບຕໍ່ກອງປະຊຸມ ແລະ ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ ຍາດມາໄດ້ ແມ່ນຍ້ອນຄວາມ ເອົາໃຈໃສ່, ຄວາມເປັນເຈົ້າ ການຂອງຄະນະພັກ, ຄະນະ ນຳຄະນະກວດກາ ແລະ ພະ ນັກງານຫຼັກແຫຼ່ງໃນການຈັດ ຕັ້ງປະຕິບັດວຽກງານກວດກາ. ພ້ອມນີ້, ສະຫາຍຍັງໄດ້ເນັ້ນ ໃຫ້ເອົາໃຈໃສ່ຕໍ່ບາງບັນຫາທີ່ ຍັງຄົງຄ້າງເປັນຕົ້ນແມ່ນການຄົ້ນຄວ້າຫັນຍຸດທະສາດພັດ ທະນາການແພດ ບາງດ້ານບໍ່ທັນລະອຽດ – ຄົບຖ້ວນ; ຕາໜ່າງສາທາລະນະສຸກ ໂດຍ ລວມແມ່ນ ໄດ້ປົກຄຸມໃນທົ່ວປະເທດ ແຕ່ຍັງບໍ່ທັນຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຕົວຈິງ; ການຂະ ຫຍາຍ ແລະ ປັບປຸງຄຸນນະ ພາບໂຮງໝໍ, ສຸກສາລາຢູ່ເຂດ ຫ່າງໄກສອກຫຼີກຍັງບໍ່ທັນດີ; ການສ້າງບຸກຄະລາກອນແພດ ແລະ ການສຶກສາອົບຮົມແນວ ຄິດຍັງບໍ່ທັນດີເທົ່າທີ່ຄວນ. ເພື່ອແກ້ໄຂບັນດາຂໍ້ຄົງ ຄ້າງດັ່ງກ່າວນັ້ນ ສະຫາຍ ບຸນ ທອງ ຈິດມະນີ ຍັງໄດ້ໃຫ້ທິດຊີ້ ນຳຕື່ມ ໂດຍໃຫ້ສືບ ຕໍ່ພ້ອມກັນ ກຳແໜ້ນ ແລະ ເປີດຂະບວນ ແຂ່ງຂັນສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດໝາຍກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກເວົ້າ ລວມ, ເວົ້າສະເພາະແມ່ນບັນ ດາຄາດໝາຍດ້ານວຽກງານ ສາທາລະນະສຸກ ແລະ ບັນດາ ຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ກະຊວງສາທາລະນະສຸກ, ທົບ ທວນຄືນຈິດໃຈເນື້ອໃນກອງ ປະຊຸມວຽກງານກວດກາທົ່ວ ປະເທດຄັ້ງທີ 2 ແລະ ບົດໂອ້ ລົມຂອງສະຫາຍເລຂາທິການ ໃຫຍ່ຕໍ່ກອງປະຊຸມດັ່ງກ່າວ, ສືບຕໍ່ຄົ້ນຄວ້າກຳແໜ້ນມະຕິ ຂອງຄະນະບໍລິຫານງານສູນ ກາງພັກສະໄໝທີ IX ວ່າດ້ວຍ ການເພີ່ມທະວີວຽກງານຕິດ ຕາມ – ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນເງື່ອນໄຂໃໝ່; ຄະນະພັກ, ຄະນະນຳ ແລະ ພະນັກງານ ທຸກລະດັບຕ້ອງບຸກທະລຸດ້ານ ທັດສະນະ ແລະ ຄວາມຮັບຮູ້ ຕໍ່ວຽກງານຕິດຕາມ, ກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນເງື່ອນ ໄຂປັດຈຸບັນໃຫ້ຖືກຕ້ອງພ້ອມທັງເພີ່ມທະວີວຽກງານຕິດຕາມກວດກາຖືເປັນວຽກທີ່ສຳຄັນຕົ້ນຕໍ; ດ້ານວຽກງານການສະກັດກັ້ນ ແລະ ຕ້ານການ ສໍ້ລາດ ບັງຫຼວງ ບັນຫາທີ່ຕ້ອງໄດ້ເອົາ ໃຈໃສ່ແມ່ນສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ ເຫັນຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ ແລະ ອື່ນໆ.

ທີ່ມາ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...