spot_img
Homeຂ່າວການພັດທະນາລາວ-ຣັດເຊຍ ເພີ່ມທະວີການຮ່ວມມືຕ້ານການຟອກເງິນ

ລາວ-ຣັດເຊຍ ເພີ່ມທະວີການຮ່ວມມືຕ້ານການຟອກເງິນ

Published on

ທະນາຄານ ແຫ່ງ ສປປ ລາວ ແລະ ອົງການຄຸ້ມຄອງທາງດ້ານການເງິນ ສະຫະພັນຣັດເຊຍໄດ້ລົງນາມໃນສັນຍາຮ່ວມມືສະບັບໜຶ່ງກ່ຽວກັບ ການແລກປ່ຽນຂໍ້ມູນຂ່າວສານ, ການພັດທະນາ ແລະ ການວິເຄາະຂໍ້ມູນຂ່າວ ສານໃນວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ບົນພື້ນຖານຫລັກ ການກົດໝາຍພາຍໃນຂອງທັງສອງປະເທດ, ແນ່ໃສ່ເຮັດໃຫ້ວຽກງານສືບຂ່າວທາງດ້ານການເງິນຂອງ ສປປ ລາວ ມີການຮ່ວມມືກັບສາກົນຢ່າງຮອບດ້ານໃຫ້ຫລາຍຂຶ້ນ. ສາມາດຕອບສະໜອງໄດ້ຕາມມາດຕະຖານສາກົນ ເຊິ່ງຈະສາມາດແກ້ໄຂບັນດາຂໍ້ບົກຜ່ອງຂອງ ສປປ ລາວ ກ່ຽວກັບວຽກງານດັ່ງກ່າວ.

ສັນຍາຮ່ວມມືດັ່ງກ່າວໄດ້ຮັບການລົງນາມ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 8 ກັນຍາ 2016, ທີ່ທຳນຽບປະທານປະເທດ ລະຫວ່າງ ທ່ານ ຈິນດາໄມ ວິໄລຫົງ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ສປປ ລາວ ແລະ ທ່ານ ວາຣາດິເມຍ ໂກຣໂຕບ ຮອງຫົວໜ້າອົງການຄຸ້ມຄອງທາງດ້ານການເງິນສະຫະພັນຣັດເຊຍ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ດີມີຕຣີ ເມດເວເດບ ນາຍົກລັດຖະມົນຕີ ສະຫະພັນຣັດເຊຍ. ໃນໄລຍະຜ່ານມາ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງກຸ່ມ ອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ (APG) ເປັນອນດັບທີ 36 ໃນປີ 2007 ເຊິ່ງລັດຖະບານແຫ່ງ ສປປລາວ ໄດ້ມອບໝາຍໃຫ້ທະນາຄານແຫ່ງສປປ ລາວ ເປັນເຈົ້າການໃນວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນ ກົດໝາຍອາຍາ ສະບັບ ປີ 2005 ມາດຕາ 64 ການຟອກເງິນ ແລະ ດຳລັດວ່າດ້ວຍ ການຕ້ານການຟອກເງິນ ເລກທີ 55/ນຍ ປີ 2006. ໃນປີ 2010 ສປປ ລາວ ໄດ້ຮັບການປະເມີນຜົນ ເປັນຄັ້ງທຳອິດຈາກກຸ່ມ APG ໂດຍອີງໃສ່ຂໍ້ແນະນຳ 40+9 ຂອງອົງການຕ້ານການຟອກເງິນສາກົນ.

ເພື່ອເຮັດໃຫ້ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສາມາດຕອບສະໜອງໄດ້ຕາມມາດຕະຖານສາກົນ, ທະນາຄານ ແຫ່ງ ສປປລາວ ຈຶ່ງໄດ້ນຳສະເໜີຕໍ່ລັດຖະບານ ເພື່ອຍົກລະດັບ ດຳລັດ ວ່າດ້ວຍການຕ້ານການຟອກເງິນ ຂຶ້ນເປັນກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ ໃນປີ 2015. ພ້ອມດຽວກັນນີ້, ກໍໄດ້ຍົກລະດັບໜ່ວຍງານຂໍ້ມູນ ຕ້ານການຟອກເງິນໃນເມື່ອກ່ອນ ຂຶ້ນເປັນສຳນັກງານຂໍ້ມູນຕ້ານການຟອກເງິນ ໃນປີ 2015, ເຊິ່ງໄດ້ສະແດງໃຫ້ສາກົນ ເຫັນວ່າ ສປປ ລາວ ໄດ້ມີຄວາມເອົາໃຈໃສ່ ຢ່າງຈິງຈັງຕໍ່ວຽກງານດັ່ງກ່າວ ແລະ ຈະໄດ້ສືບຕໍ່ຮ່ວມມື ກັບບັນດາປະເທດ ທັງໃນລະດັບພາກພື້ນ ແລະ ສາກົນ.

 

ຂ່າວຈາກ: ສຳນັກຂ່າສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...