spot_img
Homeຂ່າວພາຍ​ໃນລາວ-ຈີນ (ຢູນນານ) ຮ່ວມກັນລົງນາມຮ່ວມມືດ້ານເສດຖະກິດ-ການຄ້າ

ລາວ-ຈີນ (ຢູນນານ) ຮ່ວມກັນລົງນາມຮ່ວມມືດ້ານເສດຖະກິດ-ການຄ້າ

Published on

ລາວ-ຈີນ ຮ່ວມມືດ້ານເສດຖະກິດການຄ້າ ຄື ດ້ານການລົງທຶນ ດ້ານພະລັງງານໄຟຟ້າ ເຕັກໂນໂລຊີ ການກະສິກຳ ແລະ ອື່ນໆ.

May be an image of 16 people and people standing

ວັນທີ 29 ມີນາ 2023 ຄະນະກໍາມະການຮ່ວມມືລາວ-ຈີນ ແລະພະແນກການຄ້າແຂວງຢູນນານຈີນ ໄດ້ຈັດພິທີເຊັນເອກະສານການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ສປປ ລາວ ກັບແຂວງຢູນນານ ສປ ຈີນ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວຕາງໜ້າໂດຍ ທ່ານນາງ ພັນຈິນດາ ເລັ່ງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ບຸນເດດ ສຸດທະວີໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ເຊິ່ງໄດ້ລົງນາມຮ່ວມມືກັບທ່ານ ຫຼີ່ເສີນຢາງ ຫົວໜ້າພະແນກການຄ້າແຂວງຢູນນານ, ບັນດາກຸ່ມບໍລິສັດກໍ່ສ້າງລົງທຶນແຂວງຢູນນານ, ກຸ່ມບໍລິສັດຢູນນານນົງເຂິນ, ກຸ່ມບໍລິສັດພັດທະນາກະສິກໍາຢູນນານຈໍາກັດ ສປ ຈີນ.

May be an image of 2 people and people standing

ນອກນັ້ນ, ຍັງມີການລົງນາມຮ່ວມມືລະຫວ່າງວິສາຫະກິດກັບວິສາຫະກິດເຊັ່ນ ບໍລິສັດຮ່ວມມືລົງທຶນລາວ-ຈີນຈໍາກັດ, ກຸ່ມບໍລິສັດລົງທຶນດ້ານພະລັງງານແຂວງຢູນນານ, ທະນາຄານລາວ-ຈີນ, ບໍລິສັດຮ່ວມທຶນເຕັກໂນໂລຊີລາວ ນິວເພ (NEWPAY), ລັດວິສາຫະກິດໄຟຟ້າລາວ, ບໍລິສັດມະນີພັດທະນາກະສິກໍາຈໍາກັດ ແລະ ບໍລິສັດທີ່ກ່ຽວຂ້ອງຕາມລໍາດັບ, ໂດຍມີທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈ້າວເຫວິນ ຢູ໋ ທີ່ປຶກສາເສດຖະກິດ ແລະການຄ້າສະຖານທູດ ສປ ຈີນ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.

May be an image of 4 people and people standing

ໃນພິທີຄັ້ງນີ້, ສອງຝ່າຍລາວ-ຈີນໄດ້ລົງນາມໂຄງການຮ່ວມມື 9 ໂຄງການ ເຊິ່ງຕິດພັນກັບ ໂຄງການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາທາງດ້ານກະສິກໍາ, ການພັດທະນາດ້ານພະລັງງານໃໝ່, ການຄ້າ E-commerce ຂ້າມແດນ, ການເຝິກອົບຮົມດ້ານເຕັກນິກວິຊາສະເພາະ, ການແລກປ່ຽນດ້ານວັດທະນະທໍາ ແລະຂົງເຂດວຽກງານອື່ນໆ ເຊິ່ງການຮ່ວມມືດ້ານເສດຖະກິດການຄ້າ ລາວ-ຈີນ (ຢູນນານ) ໃນຄັ້ງນີ້ແມ່ນເປັນການຜັນຂະຫຍາຍການຈດັ ຕັ້ງປະຕິບັດຕົວຈິງອັນສໍາຄັນຂອງ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ທີ່ການນໍາສອງປະເທດລາວ-ຈີນ ເຫັນດີເປັນເອກະພາບຮ່ວມກັນ, ພ້ອມທັງເປັນການຊ່ວຍຍົກລະດັບການຮ່ວມມືດ້ານເສດຖະກິດ-ການຄ້າ ຂອງສອງຝ່າຍໃຫ້ມີຄວາມຕໍ່ເນື່ອງ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືລາວ-ຈີນ, ໂດຍສະເພາະແມ່ນ ສປປ ລາວກັບແຂວງຢູນນານ ສປ ຈີນ ໃຫ້ເຂົ້າສູ່ລວງເລິກໄປຕື່ມອີກບາດກ້າວໜຶ່ງ.

May be an image of 4 people and people standing

May be an image of 4 people and people standing

ທີ່ມາ CRI

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...