spot_img
Homeຂ່າວທ້ອງຖິ່ນລາວແຈ້ງເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຈໍາເປັນໃນການຂົນສົ່ງສິນຄ້າ

ລາວແຈ້ງເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຈໍາເປັນໃນການຂົນສົ່ງສິນຄ້າ

Published on

ປະຈຸບັນນີ້, ຖືວ່າພະຍາດລະບາດ ໂຄວິດ-19 ຍັງໜັກໜ່ວງ ແລະ ໜ້າເປັນຫ່ວງທີ່ສຸດ ໃນທົ່ວຂົງເຂດອາຊີ ແລະ ກໍ່ຄືໃນທົ່ວໂລກ. ເຖິງຢ່າງໄດກໍ່ຕາມ, ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມອັນສູງສຸດ ທີ່ຈະນໍາໃຊ້ມາດຕະການຢ່າງເຄັ່ງຂັດ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ ລາວ ແລະ ຍັງພະຍາຍາມດຸ່ນດ່ຽງເສດຖະກິດມະຫາພາກໃຫ້ມີການເໜັງຕີງຢ່າງຕໍ່ເນື່ອງ ແລະ ປົກກະຕິ ທີ່ສຸດ.

ຫ້ອງວ່າການສຳນັກງານຍາຍົກລັດຖະມົນຕີ ໄດ້ມີແຈ້ງການ ກ່ຽວກັບມາດຕະການຜ່ອນຜັນ ໃນໄລຍະການລະບາດຂອງ ພະຍາດໂຄວິດ-19. ເຊິ່ງໄດ້ມີການແຈ້ງເປີດດ່ານຊົ່ວຄາວໃນບາງແຂວງ ທີ່ມີຄວາມຈໍາເປັນ ແລະ ສໍາຄັນຕໍ່ການພັດທະນາ ດັ່ງຕໍ່ໄປນີ້:

  • ວັນທີ 2 ຕຸລາ 2020 ແຈ້ງການ ເຫັນດີອະນຸມັດໃຫ້ເປີດດ່ານປະເພນີ ໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ.
  • ວັນທີ 5 ຕຸລາ 2020 ແຈ້ງການ ເຫັນດີອະນຸມັດໃຫ້ເປີດດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດ ເພັດທອງຄໍາ ບໍ່ແຮ່ ຈໍາກັດ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ.
  • ວັນທີ 14 ຕຸລາ 2020 ແຈ້ງການ ເຫັນດີອະນຸມັດໃຫ້ເປີດດ່ານປະເພນີທ່າສະອາດ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊົ່ວຄາວ ເພື່ອຮັບໃຊ້ໃຫ້ແກ່ການນໍາເຂົ້າວັດສະດຸອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ຂອງບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ສະເພາະຈໍານວນ 4 ລາຍການ ເຊິ່ງມີນໍ້າໜັກລວມ 134 ໂຕນ-191,60 ໂຕນ ຕໍ່ລາຍການ ຕາມອີນວອຍເລກທີ INV-NT1-HIN-110, INV-NT1-HIN-111, INV-NT1-HAV-034a ແລະ INV-NT1-HAV-034b. ພາຍຫຼັງຂົນເຄື່ອງສໍາເລັດແລ້ວ ໃຫ້ປິດດ່ານດັ່ງກ່າວຄືນ.
  • ວັນທີ 15 ຕຸລາ 2020 ແຈ້ງການ ເຫັນດີອະນຸມັດ ໃຫ້ເປີດດ່ານທ້ອງຖີ່ນປາງໄຮ, ແຂວງຫຼວງນໍ້າທາ ສໍາລັບຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ທີ່ມີຄວາມຈໍາເປັນ ນັບແຕ່ວັນທີ 01 ພະຈິກ ຫາວັນທີ 30 ມິຖຸນາ 2021 ຕາມການສະເໜີ ແຕ່ໃຫ້ປະຕິບັດຕາມລະບຽບການຂົນສົ່ງສິນຄ້າເຂົ້າ-ອອກ ທີ່ສອງຝ່າຍໄດ້ຕົກລົງ ແລະ ປະຕິບັດຜ່ານມາ ໃນໄລຍະທີ່ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດ ໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...