spot_img
Homeຂ່າວທ້ອງຖິ່ນລາວເຫັນດີໃຫ້ມຽນມາມີການເຈລະຈາບໍ່ຢາກໃຫ້ມີການໃຊ້ຄວາມຮຸນແຮງ

ລາວເຫັນດີໃຫ້ມຽນມາມີການເຈລະຈາບໍ່ຢາກໃຫ້ມີການໃຊ້ຄວາມຮຸນແຮງ

Published on

ໃນວັນທີ 12 ມີນາ 2021 ເວັບໄຊກະຊວງການຕ່າງປະເທດ ໄດ້ເຜີຍແຜ່ຖະແຫຼງການຂອງໂຄສົກກະຊວງການຕ່າງແຫ່ງ ສປປ ລາວ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:

1. ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງຂອງມຽນມາ ແລະ ຄອບຄົວອາຊຽນ, ສປປ ລາວ ໄດ້ຕິດຕາມສະພາບການໃນມຽນມາ ຢ່າງໃກ້ຊິດ. ພວກເຮົາ ຢໍ້າຄືນຄວາມສໍາຄັນໃນການປົກປັກຮັກສາສະຖຽນລະພາບທາງການເມືອງ ຢູ່ໃນບັນດາປະເທດສະມາຊິກອາຊຽນ ເພື່ອບັນລຸເປົ້າໝາຍການສ້າງປະຊາຄົມອາຊຽນ ທີີ່ມີສະຖຽນລະພາບ, ສັນຕິພາບ ແລະ ຄວາມສົມບູນພຸນສຸກ.

2. ສປປ ລາວ ຢໍ້າຄືນທັດສະນະຂອງອາຊຽນ ດັ່ງທີ່ໄດ້ກໍານົດໃນຖະແຫຼງການປະທານອາຊຽນ ໃນວັນທີ 1 ກຸມພາ 2021 ແລະ ຖະແຫຼງການປະທານກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ ໃນວັນທີ 2 ມີນາ 2021. ພວກເຮົາ ຊຸກຍູ້ໃຫ້ທຸກຝ່າຍກ່ຽວຂ້ອງ ຮ່ວມກັນຊອກຫາວິທີທາງແກ້ໄຂແບບສັນຕິວິທີ ໂດຍຜ່ານການປຶກສາຫາລື ແບບສ້າງສັນ ແລະ ສ້າງຄວາມປອງດອງ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອສັນຕິພາບ ແລະ ການພັດທະນາ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນມຽນມາ.

3. ສປປ ລາວ ເຄົາລົບບັນດາຈຸດປະສົງ ແລະ ຫຼັກການທີ່ກໍານົດໄວ້ໃນກົດບັດອາຊຽນ, ແລະ ກຽມພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບທຸກປະເທດສະມາຊິກອາຊຽນ ເພື່ອຊ່ວຍປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການບັນລຸເປົ້າໝາຍໃນການສ້າງສັນຕິພາບ ແລະ ສະຖຽນລະພາບຢ່າງຖາວອນຢູ່ມຽນມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...