spot_img
Homeຂ່າວການພັດທະນາລາວເວີນ-ລັດວິສາຫະກິດລົດເມຮ່ວມກັນທົດລອງ ບໍລິການລົດໄຟຟ້າສາທາລະນະ

ລາວເວີນ-ລັດວິສາຫະກິດລົດເມຮ່ວມກັນທົດລອງ ບໍລິການລົດໄຟຟ້າສາທາລະນະ

Published on

ລັດວິສາຫະກິດລົດເມ ນະຄອນຫລວງວຽງຈັນ ຮ່ວມກັບ ບໍລິສັດລາວເວີນມະຫາຊົນ ຕົກລົງຮ່ວມມືທົດລອງ ບໍລິການຂົນສົ່ງລົດເມໄຟຟ້າ ສາທາລະນະພາຍໃນຕົວເມືອງ ເພື່ອພັດທະນາ ແລະ ຂະຫຍາຍເສັ້ນທາງບໍລິການມວນຊົນ ດ້ວຍລົດເມສາທາລະນະ ໃຫ້ນັບມື້ນັບເພີ່ມຂຶ້ນ ແນໃສ່ຫລຸດຜ່ອນການນໍາໃຊ້ລົດສ່ວນຕົວ ທັງເປັນການຫລຸດຜ່ອນ ບັນຫາການສັນຈອນແອອັດ ຕາມເສັ້ນທາງໃນຕົວເມືອງ. ພ້ອມນັ້ນ, ເພື່ອໃຫ້ມວນຊົນມີທາງເລືອກສະດວກສະບາຍ ໃນການເດີນທາງໄປມາ ແລະ ຊື້ສິນຄ້າຢູ່ສູນການຄ້າລາວໄອເຕັກ ເຊິ່ງບໍລິສັດລາວເວີນ ໄດ້ໃຫ້ການສະໜັບສະໜູນຂາຍລົດເມໄຟຟ້າຂະໜາດ 24 ບ່ອນນັ່ງ ຈໍານວນ 10 ຄັນໃຫ້ລັດວິສາຫະກິດລົດເມ ເພື່ອແລ່ນທົດລອງບໍລິການມວນຊົນ.

ໃນເບື້ອງຕົ້ນ ຈະແລ່ນເສັ້ນທາງຈາກສູນການຄ້າລາວ-ໄອເຕັກ ໄປຜ່ານທາດຫລວງ, ປະຕູໄຊ, ສະຖານີລົດເມ ລ້ຽວໄປຕາມທາງແຄມຂອງຖະໜົນເຈົ້າຟ້າງຸ່ມ ລ້ຽວກັບຢູ່ວິທະຍາໄລເຕັກນິກປາກປ່າສັກ ໄປຕາມຖະໜົນເສດຖາທິລາດ ຜ່ານສະຖານີລົດເມ ກັບຄືນເສັ້ນທາງເກົ່າ.

%e0%ba%a5%e0%ba%bb%e0%ba%94%e0%bb%84%e0%ba%9f%e0%ba%9f%e0%bb%89%e0%ba%b2
ພິທີລົງນາມຮ່ວມມືກັນ ລະຫວ່າງລັດວິສາຫະກິດລົດເມນະຄອນຫລວງ ແລະ ບໍລິສັດລາວເວີນມະຫາຊົນໄດ້ມີຂຶ້ນ ໃນວັນທີ 19 ຕຸລາ 2016 ນີ້ ຢູ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ຄໍາພູນ ເຕເມລາດ ຜູ້ອໍານວຍການລັດວິສາຫະກິດລົດເມນະຄອນຫລວງ ແລະ ທ່ານ ວິສັນ ນະລົງສັກ ຮອງປະທານຜູ້ ອໍານວຍການບໍລິສັດລາວເວີນມະຫາຊົນ, ໂດຍມີທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ຂ່າວ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...