spot_img
Homeຂ່າວທ້ອງຖິ່ນທົ່ວປະເທດເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ຫຼັງພາຍຸດຽນມູຈະເຄື່ອນເຂົ້າພາກເໜືອ

ທົ່ວປະເທດເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດ ຫຼັງພາຍຸດຽນມູຈະເຄື່ອນເຂົ້າພາກເໜືອ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນວ່າ: ພາຍຸເຂດຮ້ອນ ດຽນມູ (Dianmu), ຫົວທີ 8 ໃນປີ 2016 ໄດ້ກໍ່ຕົວຂຶ້ນໃນວັນທີ 18 ສິງຫານີ້, ໃກ້ແຄມຝັ່ງທາງພາກໃຕ້ຂອງສປ ຈີນ, ໄດ້ມີຈຸດສູນກາງຢູ່ເສັ້ນຂະໜານທີ 21,2 ອົງສາເໜືອ ແລະ ເສັ້ນແວງທີ 110,9 ອົງສາຕາເວັນອອກ ພວມເຄື່ອນມາທາງດ້ານຕາເວັນຕົກ ແລະ ຄາດຄະເນວ່າ: ພາຍຸຫົວນີ້ ຈະເຄື່ອນທີ່ຜ່ານພາກເໜືອຂອງ ສສ ຫວຽດ ນາມ ໃນຕອນເຊົ້າວັນທີ 19 ສິງຫາ, ຈາກນັ້ນ ກໍອ່ອນກຳລັງລົງເປັນພາຍຸດີເປຼຊັນ ຜ່ານພາກເໜືອຂອງລາວເຂດແຂວງຫົວພັນ ແລະ ຜົ້ງສາລີ, ໃນໄລຍະຄືນວັນທີ 19-20 ສິງຫານີ້. ຕະຫລອດໄລຍະເຄື່ອນທີ່ຂອງພາຍຸດັ່ງກ່າວ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກເໜືອລົງຫາພາກກາງ ແລະ ຍັງຈະເຮັດໃຫ້ລະດັບແມ່ນ້ຳຂອງສູງ ແລະ ແມ່ນ້ຳສາຂາຕ່າງໆສູງຂຶ້ນຮອດເຂດລະວັງໄພ ໄປເຖິງເຂດອັນຕະລາຍຢູ່ບາງທ້ອງຖິ່ນອີກດ້ວຍ.

ສຳລັບລະດັບນ້ຳປະຈຳວັນທີ 19-20 ສິງຫານີ້, ຢູ່ແຂວງຫລວງພະບາງ ແມ່ນ 12,56 ແມັດ (ເຂດລະວັງໄພ 17,50 ແມັດ), ຫລັກ 4 ນະຄອນຫລວງວຽງຈັນ 9,52 ແມັດ (ເຂດລະວັງໄພ 11,50 ແມັດ), ສະຫວັນນະເຂດ 8,78 ແມັດ (ເຂດລະວັງໄພ 12 ແມັດ), ປາກເຊ 7,74 ແມັດ (ເຂດລະວັງໄພ 11 ແມັດ), ຂົວເຊບັ້ງໄຟ 16,98 ແມັດ (ລະວັງໄພ 17,50 ແມັດ), ເຂື່ອນນ້ຳງື່ມ 206,96 ແມັດ (ເຂດລະວັງໄພ 212 ແມັດ). ດັ່ງນັ້ນ ຈຶ່ງເຕືອນເຖິງປະຊາຊົນທີ່ອາ​ໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິ, ລະມັດລະວັງ ເພື່ອກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ລົມພັດແຮງ, ນ້ຳຖ້ວມໄຫລຊຸແຮງ, ນ້ຳຖ້ວມຍື່ງ ແລະ ດິນເຈື່ອນ, ພ້ອມທັງຈັດເກັບສິ່ງຂອງທີ່ຈຳເປັນ ແລະ ສັດລ້ຽງໄວ້ບ່ອນສູງ ເພື່ອຄວາມປອດໄພ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...