spot_img
Homeຂ່າວພາຍ​ໃນລາວອາໂກເທັກ ຜະລິດນ້ຳມັນກາຊວນຊີວະພາບໄດ້ 20.000 ລິດຕໍ່ວັນ

ລາວອາໂກເທັກ ຜະລິດນ້ຳມັນກາຊວນຊີວະພາບໄດ້ 20.000 ລິດຕໍ່ວັນ

Published on

ລາວອາໂກເທັກ ຜະລິດນ້ຳມັນກາຊວນຊີວະພາບໄດ້ 20.000 ລິດຕໍ່ວັນ

 

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮ່ວມກັບບໍລິສັດ ລາວອາໂກເທັກ ຈຳກັດ ຈັດພິທີເປີດໂຕຜະລິດ ແລະ ການນຳໃຊ້ນ້ຳມັນກາ
ຊວນຊີວະພາບ B5 ຈາກປາມນ້ຳມັນ ຂຶ້ນວັນທີ 19 ກຸມພາ 2013 ຢູ່ບໍລິສັດ ລາວອາໂກເທັກ ຈຳກັດ ບ້ານໜອງຄັນຄູ ເມືອງນາ
ຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ມີເຈົ້າ
ເມືອງນາຊາຍທອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ອຸດົມ ແກ້ວທະວົງ ຜູ້ອຳນວຍການບໍລິສັດ ລາວອາໂກເທັກ ຈຳກັດ ໄດ້ກ່າວວ່າ: ບໍລິສັດ ລາວອາໂກເທັກ ໄດ້ດຳເນີນກິດຈະ
ການປາມນ້ຳມັນແບບຄົບວົງຈອນ ນັບແຕ່ການກ້າເບ້ຍປູກ ແລະ ແປຮູບຜະລິດຕະພັນ ໂດຍໄດ້ຮ່ວມມືກັບບໍລິສັດ ໂອພີຈີເທັກ ຈຳ
ກັດ ປະເທດໄທ ທີ່ເປັນຜູ້ສຳນານງານດ້ານອຸດສາຫະກຳປາມນ້ຳມັນໃນລະດັບສາກົນ ບໍລິສັດ ລາວອາໂກເທັກ ໄດ້ຄັດເລືອກແນວ
ພັນທີ່ມີຄຸນນະພາບ ແລະ ແທດເໝາະກັບດິນຟ້າອາກາດຂອງລາວເຂົ້າມາກ້າປູກທົດລອງ ແລະ ໄດ້ຮັບຜົນດີຄື ຕົ້ນປາມໄດ້ອອກ
ໝາກໃນປີ 2011 ປັດຈຸບັນບໍລິສັດໄດ້ດຳເນີນການປູກປາມໃນເນື້ອທີ່ຂອງຕົນ ແລະ ຮ່ວມມືກັບບໍລິສັດ ໂຕໂຢຕ້າບໍລິການ ດຳເນີນ
ການປູກໃນຮູບແບບ 2+3 ຮ່ວມກັບປະຊາຊົນຢູ່ເມືອງຊະນະຄາມ ແຂວງວຽງຈັນ ໃນເນື້ອທີ່ຫຼາຍກວ່າ 200 ເຮັກຕາ ນອກນີ້ຍັງ
ໄດ້ສ້າງສວນກ້າເບ້ຍປາມຢູ່ເມືອງຊະນະຄາມ ເພື່ອສະໜອງເບ້ຍ ເປັນສູນການຮຽນຮູ້ໃຫ້ຄຳປຶກສາດ້ານວິຊາການແກ່ຊາວກະສິກອນ
ແລະ ຈະເປັນສູນເກັບຊື້ຜົນຜະລິດໃນອະນາຄົດ.
ເພື່ອຜັນຂະຫຍາຍຍຸດທະສາດດ້ານອຸດສາຫະກຳປາມນ້ຳມັນ ໃນປີ 2012 ບໍລິສັດ ລາວອາໂກເທັກ ໄດ້ຮ່ວມກັບສະຖາບັນສົ່ງເສີມ
ພະລັງງານທົດແທນ ສ້າງໂຄງການສາທິດ ພັດທະນາ ແລະ ນຳໃຊ້ນ້ຳມັນກາຊວນຊີວະພາບຈາກປາມນ້ຳມັນ ປັດຈຸບັນໄດ້ສ້າງຕັ້ງ
ໂຮງງານສຳເລັດ ໂດຍມີກຳລັງການຜະລິດນ້ຳມັນກາຊວນຊີວະພາບທີ່ມີຄຸນນະພາບ (B100) ຈຳນວນ 20.000 ລິດຕໍ່ວັນ ສາ
ມາດນຳໄປປະສົມເປັນນ້ຳມັນກາຊວນຊີວະພາບ B5 ໄດ້ 400.000 ລິດຕໍ່ວັນ ແລະ ມີທ່າອ່ຽງທີ່ຈະຜະລິດເພີ່ມຂຶ້ນເພື່ອປະກອບ
ສ່ວນຍຸດທະສາດ ການໃຊ້ພະລັງງານທົດແທນຂອງລັດຖະບານ ໃນຕໍ່ໜ້າບໍລິສັດມີແຜນຂະຫຍາຍເນື້ອທີ່ປູກປາມໃຫ້ໄດ້ຢ່າງໜ້ອຍ
20.00 ເຮັກຕາ ໃນ 3-5 ປີ ໂດຍເນັ້ນໃຫ້ປະຊາຊົນມີສວນຮ່ວມ ນອກນີ້ຍັງຈະຜະລິດພໍ່-ແມ່ພັນປາມພາຍໃນປະເທດ ເພື່ອໃຫ້ໄດ້
ເບ້ຍປາມທີ່ໃຫຍ່ໄວ ແລະ ໃຫ້ຜົນຜະລິດສູງ ໃນເງື່ອນໄຂດິນຟ້າອາກາດຂອງປະເທດເຮົາ ພ້ອມນີ້ກໍຈະກໍ່ສ້າງໂຮງງານສະກັດນ້ຳ
ມັນປາມ ເພື່ອຮອງຮັບຜົນຜະລິດປາມພາຍໃນປະເທດ ສ້າງໂຮງງານປຸງແຕ່ງທີ່ຕິດພັນກັບນ້ຳມັນປາມ ເຊັ່ນ: ໂຮງງານນ້ຳມັນພືດ
ໂຮງງານຝຸ່ນຊີວະພາບຕື່ມອີກ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...