spot_img
Homeຂ່າວທ້ອງຖິ່ນລາວສະໜັບສະໜູນຕໍ່ການຮັບຮອງເອົາກົດໝາຍຄວາມໝັ້ນຄົງແຫ່ງຊາດ ຮົງກົງຂອງຈີນ

ລາວສະໜັບສະໜູນຕໍ່ການຮັບຮອງເອົາກົດໝາຍຄວາມໝັ້ນຄົງແຫ່ງຊາດ ຮົງກົງຂອງຈີນ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ອອກຖະແຫຼງການມື້ນີ້ວັນທີ 3 ກໍລະກົດ 2020 ວ່າ: ສປປ ລາວ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປ ຈີນ ຕໍ່ການຮັບຮອງເອົາກົດໝາຍ ວ່າດ້ວຍ ການຮັກສາຄວາມຫມັ້ນຄົງແຫ່ງຊາດ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ທີ່ກອງປະຊຸມຄະນະກໍາມະການປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຄັ້ງທີ 20 ສະໄໝທີ 13, ໃນວັນທີ 30 ມິຖຸນາ 2020 ຜ່ານມາ.

ສປປ ລາວ ເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຈະຮັບປະກັນຄວາມຫມັ້ນຄົງ ແລະ ຄວາມຈະເລີນຂອງຮົງກົງໃນໄລຍະຍາວ. ລັດຖະບານ ສປປ ລາວ ເວລາໃດ ກໍ່ຢຶດໝັ້ນ ແລະ ສະໜັບສະໜູນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງ ແມ່ນເຂດປົກຄອງພິເສດ ຂອງ ສປ ຈີນ ຕາມລະບົບການປົກຄອງ “ໜຶ່ງປະເທດ ສອງລະບອບ”.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...