spot_img
Homeຂ່າວທ້ອງຖິ່ນລາວມີຜູ້ປ່ວຍໄຂ້ເລືອດອອກກວ່າ 5 ພັນຄົນ! ນະຄອນຫຼວງມີຜູ້ປ່ວຍຫຼາຍກວ່າໝູ່

ລາວມີຜູ້ປ່ວຍໄຂ້ເລືອດອອກກວ່າ 5 ພັນຄົນ! ນະຄອນຫຼວງມີຜູ້ປ່ວຍຫຼາຍກວ່າໝູ່

Published on

ສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ນັບແຕ່ວັນທີ 1 ມັງກອນ 2020 ຫາ 17 ສິງຫາ 2020, ມີຜູ້ຕິດເຊື້ອໄຂ້ເລືອດອອກ ສະສົມທັງໝົດ 5.093 ຄົນ, ມີການລາຍງານການຕິດເຊື້ອສະສົມ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 1.187ຄົນ, ຖັດລົງມາແມ່ນ ແຂວງວຽງຈັນ 570 ຄົນ ແລະ ບໍລິຄຳໄຊ 599 ຄົນ.

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນວັນທີ 18 ສິງຫາ ນີ້ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະ ເທດເຮົາ ສະເພາະໃນວັນທີ 17 ສິງຫາ 2020 ມີຜູ້ຕິດເຊື້ອທັງໝົດ 69 ຄົນ (ບໍ່ມີຜູ້ເສຍຊີວິດ). ນັບແຕ່ວັນທີ 1 ມັງກອນ ຫາ 17 ສິງຫາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 5.093ຄົນ (ມີລາຍງານກໍ ລະນີຕິດເຊື້ອໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ມີ 1.187ຄົນ, ຖັດລົງມາແມ່ນແຂວງວຽງຈັນ 570 ຄົນ ແລະ ບໍລິຄຳໄຊ 599 ຄົນ). ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີທັງໝົດ 9 ຄົນ, ໃນນັ້ນ ນະຄອນຫຼວງ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ ແລະ ຊຽງຂວາງ 1 ຄົນ.

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງ ຮ່ວມແຮງຮ່ວມໃຈກັນໃນການປ້ອງກັນບໍ່ໃຫ້ຍຸງກັດ ແລະ ທຳລາຍແຫຼ່ງແຜ່ພັນຂອງຍຸງເປັນປະຈຳທຸກໆອາທິດ, ຖືເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...