spot_img
Homeຂ່າວທ້ອງຖິ່ນລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ

ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ

Published on

ອີງຕາມການຖະແຫຼງການຈາກຄະນະສະເພາະກິດຄວບຄຸມໂຄວິດ-19 ໃນວັນທີ 11 ເມສາ 2021 ວ່າ ສ ປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ຄົນ, ກໍລະນີ 50 ເພດຊາຍ​ ອາຍຸ​ 41​ປີ​ ສັນຊາດໄທ ນັກທຸລະກິດ​ (ໄປສຳຜັດກັບຄົນໄທ​ຢູ່ຊາຍແດນມີຜູ້ໃກ້ຊິດສຳຜັດ 10​ ຄົນ ລໍຜົນກວດ)​, ກໍລະນີ 51 ເພດ​ຊາຍ​ ອາຍຸ​ 41​ປີ​ ສັນຊາດ​ລາວ​ ອາຊີບພະນັກງານເດີນທາງ​ມາຈາກ​ ປະເທດມົງໂກນ.

ກໍລະນີ 50 ເປັນເພດຊາຍ, ອາຍຸ 41 ປີ ສັນຊາດໄທ ອາຊີບນັກທຸລະກິດ. ຜູ້ກ່ຽວມາຢູ່ ສປປ ລາວ ແຕ່ເດືອນ ກຸມພາ 2020 ຈົນຮອດປັດຈຸບັນແມ່ນບໍ່ໄດ້ກັບປະເທດໄທ. ຜູ້ກ່ຽວແມ່ນພັກຢູ່ຮ້ານອິນເຕີເນັດ 189 ບ້ານໂພນຕ້ອງ, ເມືອງຈັນທະບຸລີ,​ ນະຄອນຫຼວງວຽງຈັນ.

ກ່ອນໜ້ານີ້ 1 ອາທິດທີ່ຜ່ານມາ (ໃນວັນທີ 3 ເມສາ 2021)

  • ຜູ້ກ່ຽວໄດ້ອອກຈາກຮ້ານອິນເຕີເນັດ 189 ເດີນທາງໄປເມືອງຫາດຊາຍຟອງ ເພື່ອຊອກສະຖານທີ່ຂຸດໜອງປາ ແລ້ວຢາກກິນນໍ້າ ຈຶ່ງຂີ່ລົດໄປທາງຂົວມິດຕະພາບແລ້ວພໍກັບຄົນໄທຈຳນວນ 03 ຄົນ ຈາກນັ້ນກໍ່ໄດ້ກິນເບຍນຳກັນຢູ່ແຄມທາງແຕ່ບໍ່ໄດ້ເຂົ້າຮ້ານ ໃຊ້ເວລາປະມານ 20-30ນາທີ, ເຊິ່ງຄົນໄທທັງ 03 ຄົນແມ່ນລັກຂີ່ເຮືອນ້ອຍເຂົ້າມາແຕ່ບໍ່ຮູ້ວ່າເຂົ້າມາທາງໃດ ຄິດວ່າກັບໄທແລ້ວ.
  • ວັນທີ 6-7 ເມສາ 2021 ກ່ອນໜ້າມີອາການຜູ້ກ່ຽວພັກຢູ່ຊັ້ນສອງຂອງຮ້ານອິນເຕີເນັດ 189 ແມ່ນບໍ່ໄດ້ໄປພົວພັນກັບໃຜ ແລະ ປົກກະຕິຜູ້ກ່ຽວບໍ່ໄດ້ລົງມາທາງລຸ່ມ. ພະນັກງານພາຍໃນຮ້ານມີປະມານ 5 ຄົນ.
  • ວັນທີ 8 ເມສາ 2021 ຜູ້ກ່ຽວມີອາການໄຂ້, ໄອ ແຕ່ບໍ່ມີຫຼາຍ, ປວດຕາມຕົນໂຕ ແລະ ມີອາການເຈັບຄໍ.
  • ວັນທີ 9 ຜູ້ກ່ຽວໄດ້ໄປຫາແຟນສາວທີ່ບ້ານສີບຸນເຮືອງ ເຊິ່ງມີທັງໝົດ 4 ຄົນທີ່ຜູ້ກ່ຽວພົວພັນ ທັງໝົດແມ່ນໃສ່ຜ້າອັດປາກຕະຫຼອດ. ເວລາຕໍ່ມາອ້າຍຂອງແຟນໄດ້ພາຜູ້ກ່ຽວໄປຫ້ອງການຢູ່ຈີ່ນາຍໂມ້ນຳ ແລະ ໄດ້ພົບອີກ 1 ຄົນແຕ່ຜູ້ກ່ຽວໃສ່ຜ້າປິດປາກຕະຫຼອດເວລາ. ເວລາ 10:00 ໂມງກາງຄືນ ຍ່າງຂຶ້ນໄປເອົາເງິນໃຫ້ຜູ້ກ່ຽວຢູ່ຫ້ອງ ປະເງິິນໄວ້ແລ້ສໃຊ້ເວລາບໍ່ດົນ
  • ວັນທີ 10 ເມສາ 2021 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລ້ວພົບວ່າມີເຊື້ອໂຄວິດ-19 ປັດຈຸບັນແມ່ນຮັກສາຕົວທີ່ໂຮງໝໍມິດຕະພາບ.

ຂໍ້ມູນຂອງຜູ້ສຳພັດໃກ້ຊິດທີ່ຮ່ວມສາຍການບິນ:

  • ສຳພັດໃກ້ຊິດທັງໝົດ 10 ຄົນ ທັງໝົດໄດ້ມາເກັບຕົວຢາ່ງໃນມື້ອື່ນຢູ່ໂຮງໝໍມິດຕະພາບ, ລາຍລະອຽດມີດັ່ງລຸ່ມນີ້:
  • ຄອບຄົວຂອງແຟນຈຳນວນ 3 ຄົນ (ແຟນຂອງຜູ້ກ່ຽວແມ່ນໄດ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ ແລະ ເກັບຕົວຢ່າງແລ້ວ).
  • ຜູ້ຊາຍມາສົ່ງເງິນ 01 ຄົນ.
  • ໄປຫ້ອງການຈຳນວນ 01 ຄົນ
  • ພະນັກງານຢູ່ຮ້ານອິດເຕີເນັດ 05ຄົນ.

ສ່ວນກໍລະນີ 51 ເພດ​ຊາຍ​ ອາຍຸ​ 41​ປີ​ ສັນຊາດ​ລາວ​ ອາຊີບພະນັກງານເດີນທາງ​ມາຈາກ​ ປະເທດມົງໂກນ ຜ່ານສະໜາມບິນອິນຊອນ ເກົາຫຼີໃຕ້ ມາຮອດສະໜາມບິນວັດໄຕ ວັນທີ 9 ເມສາ 2021 ແລະ ວັນທີ 10 ເມສາ ເຂົ້າກວດຫາເຊື້ອຜົນກວດຢັ້ງຢືນວ່າຜູ້ກ່ຽວມີເຊື້ອໂຄວິດ-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວໄປປິ່ນປົວທີ່ໂຮງໝໍມິດຕະພາບ ເຊິ່ງຜູ້ໃກ້ຊິດສຳຜັດ 31​ຄົນ​ (ຜ່ານການກວດແລ້ວບໍ່ພົບ​ເຊື້ອ)

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...