spot_img
Homeຂ່າວທ້ອງຖິ່ນລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນເປັນແຮງງານເດີນທາງມາແຕ່ມາເລເຊຍ

ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນເປັນແຮງງານເດີນທາງມາແຕ່ມາເລເຊຍ

Published on

ຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນັວນທີ 24 ມັງກອນ 2021 ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ ເຮັດໃຫ້ປະຈຸບັນ, ປະເທດລາວມີຜູ້ຕິດເຊື້ອສະສົມ 44 ກໍລະນີ.

ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ກໍລະນີ, ໃນນັ້ນ ເປັນຄົນສັນຊາດລາວ 1 ຄົນ ເພດຍິງ ອາຍຸ 29 ປີ ເປັນແຮງງານຕົກຄ້າງຈາກປະເທດມາເລເຊຍ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

  • ໃນໄລຍະວັນທີ 5-6 ມັງກອນ 2021 ຜູ້ກ່ຽວມີອາການໄຂ້, ໄອ ແຕ່ບໍ່ໄດ້ໄປກວດຢູ່ໂຮງໝໍ ມີແຕ່ຊື້ຢາມາກິນເອງ 2-3 ມື້ ອາການກໍ່ດີຂຶ້ນ.
  • ກ່ອນຈະເດີນມາທາງລາວແມ່ນໄດ້ກວດຕົວຢ່າງຊອກຫາເຊື້ອໂຄວິດ-19 ໃນວັນທີ 22 ມັງກອນ 2021 ທີ່ກົວລາລຳເປີ ປະເທດມາເລເຊຍ ຜົນກວດເປັນລົບ ຜູ້ກ່ຽວຈຶ່ງຖືກອະນຸຍາດໃຫ້ກັບມາ ປະເທດລາວ ພ້ອມກັບຖ້ຽວບິນມະນຸດສະທຳ
  • ວັນທີ 24 ມັງກອນ 2021 ມາຮອດສະໜາມບິນວັດໄຕ ເວລາ 8 ໂມງ, ເມື່ອຮອດລາວແລ້ວກໍ່ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ແລະ ນຳສົ່ງຜູ້ກ່ຽວໄປຈຳກັດບໍລິເວນຢູ່ສູນຫຼັກ 27 ໂດຍລົດເມ ໃນວັນດຽວກັນນັ້ນພົບວ່າຜົນກວດຜູ້ກ່ຽວພົບເຊື້ອຄວິດ-19 ແລະ ໄດ້ນຳຕົວຜູ້ກ່ຽວນຳສົ່ງປິ່ນປົວ.

ຜູ້ໃກ້ຊິດມີທັງໝົດ 26 ຄົນ ແລະ ນັ່ງລົດເມຮ່ວມກັນໄປສູນຈຳກັດບໍລິເວນ 32 ຄົນທີ່ໄດ້ຮັບການກວດຫາເຊື້ອແລ້ວແຕ່ຜົນອອກມາເປັນລົບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...