spot_img
Homeຂ່າວພາຍ​ໃນລາວພຣີເມຍລີກ ກຽມເປີດສາກທ້າຍເດືອນກຸມພາ

ລາວພຣີເມຍລີກ ກຽມເປີດສາກທ້າຍເດືອນກຸມພາ

Published on

_DSC0765

ການ​ແຂ່ງຂັນ​ເຕະບານ​ ລາວ​ພຣີ​ເມຍ​ລີກ ປະ​ຈໍາ​ລະດູ​ການ 2014 ກຽມ​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ ທ້າຍ​ເດືອນກຸມພາ 2014 ນີ້ ຊຶ່ງ​ປີ​ນີ້ ຄາດ​ວ່າ​ຈະ​ມີ​ທີ​ມ​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 12 ທີ​ມ ​ແລະ ການ​ແຂ່ງຂັນ​ຈະ​ໃຊ້​ເວລາ​ປະມານ 8 ​ເດືອນ ດ້ວຍ​ກັນ.

ທ່ານ ດຣ ​ໄຊ​ບັນດິດ ຣາຊະ​ພົນ ​ເລຂາທິການ​ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ​ໃຫ້​ຮູ້​ວ່າ: ສໍາລັບ​ການ​ແຂ່ງຂັນ​ເຕະບານ​ລາວ​ລີກ ລະດູ​ການ​ 2013 ຜ່ານ​ມາ ​ແມ່ນ​ໃຊ້​ເວລາ​ພຽງ 3-4 ​ເດືອນ ກໍ​ຈົບ​ແລ້ວ ​ແຕ່​ລະດູ​ການ​ນີ້ ທີ່​ຈະ​ເປີດ​ສາກ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 22 ກຸມພາ 2014 ທາງ​ຄະນະ​ສະຫະພັນ​ຈະ​ໄດ້​ຄົ້ນ​ຄ້ວາ ​ແລະ ຫາ​ຊ່ອງ​ທາງ​ອັນ​ເໝາະ​ສົມ​ໃຫ້​ກັບ​ການ​ແຂ່ງຂັນ​ລະດັບ​ນີ້ ​ໄປ​ເປັນ​ແບບ​ມື​ອາຊີບ ​ໂດຍ​ຈະ​ໃຫ້​ມີ​ການ​ແຂ່ງຂັນ​ປະມານ 7-8 ​ເດືອນ.

ນອກຈາກ​ນີ້ ອີງ​ຕາມ​ການ​ເປີດ​ກອງ​ປະຊຸມ ຮ່ວມ​ກັບ ບັນດາ​ສະ​ໂມ​ສອນ​ຮ່ວມ​ລາວ​ພຣີ​ເມຍລີກ  ​ເພື່ອ​ກຽມ​ເປີດ​ການ​ແຂ່ງຂັນ​ຢ່າງ​ເປັນ​ທາງ​ການ ​ແລະ ​ໄດ້​ເຫັນ​ດີ​ຕົກລົງ​ຈະ​ເລີ່​ມ​ແຂ່ງຂັນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 22 ກຸມພາ 2014 ​ແລະ ຈະ​ມີ​ທີ​ມ​ເຂົ້າ​ຮ່ວມ​ທັງ​ໝົດ 12 ສະ​ໂມ​ສອນ ​ໂດຍ​ຄູ່​ເປີດ​ສະໜາມ​ຈະ​ເປັນ​ການ​ພົບ​ກັນ​ລະຫວ່າງ ​ແຊັມ​ເກົ່າ ປີ 2013 ສະ​ໂມ​ສອນ SHB ຈໍາປາ​ສັກ ພົບ​ກັບ​ທີມນ້ອງ​ໃໝ່ ສະ​ໂມ​ສອນ​ລາວ​ໂຕ​ໂຢຕາ ​ເອຟຊີ.

ທີ່ມາ http://www.vientianemai.net/teen/khao/3/10899

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...