spot_img
Homeຂ່າວທ້ອງຖິ່ນລາວຈະໄດ້ຮັບຢາວັກຊີນປ້ອງກັນໂຄວິດ-19 ໃນເດືອນເມສາ 2021

ລາວຈະໄດ້ຮັບຢາວັກຊີນປ້ອງກັນໂຄວິດ-19 ໃນເດືອນເມສາ 2021

Published on

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວຕໍ່ ໜັງສືພິມວຽງຈັນທາຍ ເມື່ອວັນທີ 22 ທັນວາ 2020 ທີ່ຜ່ານມາ ວ່າ, ກ່ຽວກັບຢາວັກຊີນຕ້ານພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຈະມາຮອດລາວໃນເດືອນເມສາ 2021 ນີ້.

ຈໍານວນຢາດັ່ງກ່າວແມ່ນຈະໃຊ້ສັກປ້ອງກັນພະຍາດໂຄວິດ-19 ໃຫ້ກັບກຸ່ມສ່ຽງທີ່ເປັນແຖວໜ້າທີ່ມີຄວາມສ່ຽງສູງທີ່ຈະຕິດພະຍາດນີ້ໂດຍກົງເຊັ່ນ: ແພດໝໍ, ເຈົ້າໜ້າທີ່ຢູ່ປະຈໍາຕ່າງໆ, ຄະນະສະເພາະກິດທີ່ເຮັດວຽກກ່ຽວກັບພະຍາດນີ້ ເຊິ່ງໂດຍລວມແລ້ວຢາວັກຊີນທີ່ລາວຈະໄດ້ຮັບໃນເດືອນເມສານີ້ ຈະສາມາດໃຊ້ສັກຕ້ານພະຍາດນີ້ກວມປະມານ 20% ຂອງປະຊາກອນລາວທັງໝົດ. ໂດຍໃນໄລຍະທີ່ຜ່ານມາ ລາວເຮົາກໍ່ໄດ້ຮັບຢາວັກຊີນຕ້ານພະຍາດດັ່ງກ່າວແດ່ແລ້ວຈໍານວນໜຶ່ງ ແຕ່ມີຈໍານວນຈໍາກັດ ໂດຍໄດ້ສັກຢາດັ່ງກ່າວໃຫ້ບັນດາຜູ້ນໍາກ່ອນ.

ສະພາບການແຜ່ລະບາດຂອງປະເທດອ້ອມຂ້າງໄດ້ສ້າງຄວາມກັງວົນໃຫ້ລັດຖະບານລາວ ເຊິ່ງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຖະແຫຼງການດ່ວນໃນວັນທີ 22 ທັນວາ 2020 ທີ່ຜ່ານມາ ເຖິງປະຊາຊົນລາວໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີໃນການປ້ອງກັນພະຍາດນີ້, ນອກນັ້ນທ່ານຍັງໄດ້ສັ່ງໃຫ້ຄະນະສະເພາະກິດກຽມສະຖານທີ່ກັກກັນທີ່ມີຄຸນນະພາບ ພ້ອມດ້ວຍອຸປະກອນການແພດ, ຢາ ແລະ ອື່ນໆເພື່ອຮອງຮັບສະຖານະການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າກ່ຽວກັບພະຍາດນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...